ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ເວັບໄຊ ເວັບນີ້ຈະພາທ່ານຮຽນຮູ້ໄປກັບເທັກໂນໂລຊີ ການຕິດຕໍ່ສື່ສານ ສາລະໜ້າຮູ້ ຂ່າວເຫດການຕ່າງໆ ບໍ່ວ່າທ່ານຈະຢູ່ໃສຂອງໂລກ ກໍ່ສາມາດຕິດຕໍ່ສື່ສານຫາກັນໄດ້ ກັບໄອທີ ໂລກຂອງຄົນຍຸກໃໝ່ ຍຸກແຫ່ງການຕິດຕໍ່ສື່ສານ

วันจันทร์ที่ 23 ตุลาคม พ.ศ. 2560

ສຸຂະພາບ






ໄດ້ຜົນເກີນຄາດ ຊາຫົວສີໄຄໃບເຕີຍ ດື່ມແກ້ເກົ້າ ເຈັບຂໍ້ ເຈັບຂາ
ຊາຫົວສີໄຄໃບເຕີຍ ແກ້ໂລກເກົ້າ ໄດ້ດີຈົນເຫຼື່ອເຊື່ອ ຄຳບອກເລົ່າຈາກໝໍຟື້ນບ້ານທີ່ເຄົາລົບທ່ານໜຶ່ງໄດ້ໃຫ້ສູດ ຊາຫົວສີໄຄໃບເຕີຍ ແກ້ໂລກເກົ້າ ປັກກະຕິແລ້ວຈະມີຢາສຳລັບລ້າງພິດໂລຫິດແກ້ໂລກເກົ້າໃຫ້ຄົນໄຂ້ ເຊິ່ງຈະມີສະໝຸນທັ້ງສຶງຢ່າງໃນຢາຢູ່ແລ້ວ ແຕ່ສູດນີ້ເຫັນວ່າມັນມີປະໂຫຍດ ແລະ ເຮັດເອງໄດ້ງ່າຍຢູ່ບ້ານ ແນະນຳວ່າເປັນຂອງສົດໆຈະໄດ້ຜົນດີກວ່າຫຼາຍເທົ່າ

ສ່ວນປະສົມ
1. ຫົວສີໄຄ 4-5 ຕົ້ນ
2. ໃບເຕີຍ 2-3 ໃບ
3.  ນ້ຳສະອາດ 2 ລີດ

ວິທີການເຮັດນ້ຳຊາຫົວສີໄຄໃບເຕີຍ
ຕົ້ມສະໝຸນໄພຈົນເດືອດ ພໍເດືອດລົດໄຟລົງ ຕົ້ມຕໍ່ອີກ 15 ນາທີ ຫ້າມປິດຝາໂດຍເດັດຂາດ ຄົບ 15 ນາທີ ຖິ້ມປະໄວໃຫ້ມັນເຢັນ ດື່ມແທນນ້ຳຕິດຕໍ່ກັນ 1 ອາທິດດຈະລ້າງສານພິດກົດຍູຮິກໃນເລືອດ
ສາເຫດຂອງອາການເຈັບປວດເຂົ່າຈາກໂລກເກົ້າໄດ້ດີແບບບໍ່ຕ້ອງໃຊ້ຢາ ສູດນີ້ໄດ້ຮັບການຢືນຢັນຈາກຄົນໄຂ້້ເອງວ່າ ໄດ້ຜົນດີເກີນຄາດ (ຜົນຄ້າງຄຽງຄືເຮັດໃຫ້ປວດຍ່ຽວດຸ ຫຼີກລ້ຽງການກິນນ້ຳກ່ອນເຂົ້ານອນ 2 ຊົ່ວໂມງ)
ບໍ່ຈຳເປັນຕ້ອງເປັນແຕ່ເກົ້າເຖິງຈະກິນໄດ້ ຊິປວດຂາປວດເຂົ່າກໍ່ກິນໄດ້ຄືກັນ

ไม่มีความคิดเห็น:

แสดงความคิดเห็น