
ຫຼາຍ
ຄົນພົບກັບບັນຫາການຍ່ອຍອາຫານທີ່ເຮັດໃຫ້ເກີດພະຍາດລິດສີດວງ
ພະຍາດລຳໄສ້ນ້ອຍອັກເສບ ພະຍາດລຳໄສ້ປັ່ນປ່ວນ (IBS)
ແຜບໍລິດກົ້ນເນື່ອງຈາກຖອກທ້ອງ
ພະຍາດລຳໄສ້ໃຫຍ່ອັກເສບເປັນແຜຊຳເຮື້ອ ແລະ ອື່ນໆ
ລຳໄສ້ໃຫຍ່ ເປັນອະໄວຍະວະທີ່ສຳຄັນເຮັດໜ້າທີ່ກຳຈັດຂອງເສຍອອກຈາກຮ່າງກາຍ ມັນຈຶ່ງເປັນສິ່ງສຳຄັນຫຼາຍທີ່ຕ້ອງເບິ່ງແຍງໃຫ້ມັນມີສະພາບທີ່ດີ ຢູ່ສະເໝີເພື່ອເຮັດໜ້າທີ່ເຕັມປະສິດທິພາບ
ລຳໄສ້ໃຫຍ່ ເປັນອະໄວຍະວະທີ່ສຳຄັນເຮັດໜ້າທີ່ກຳຈັດຂອງເສຍອອກຈາກຮ່າງກາຍ ມັນຈຶ່ງເປັນສິ່ງສຳຄັນຫຼາຍທີ່ຕ້ອງເບິ່ງແຍງໃຫ້ມັນມີສະພາບທີ່ດີ ຢູ່ສະເໝີເພື່ອເຮັດໜ້າທີ່ເຕັມປະສິດທິພາບ
ຫາກເຈົ້າຕ້ອງການໃຫ້ລຳໄສ້ຂອງເຈົ້າມີ ສຸຂະພາບດີເຈົ້າຄວນເຮັດຄວາມສະອາດລຳໄສ້ເພື່ອລົດອາການອຶດອັດ ອາການປວດ ແລະ ເພື່ອຊ່ວຍຍ່ອຍອາຫານ ເຈົ້າສາມາດເຮັດຄວາມສະອາດລຳໄສ້ໃຫຍ່ໄດ້ດ້ວຍວິທີໂຮມເມດງ່າຍໆ ເພື່ອກຳຈັດສານພິດອອກຈາກຮ່າງກາຍທັງໝົດ
ເຈົ້າຕ້ອງຢູ່ບ້ານໃນລະຫວ່າງການຮັກສານີ້ ການເຮັດຄວາມສະອາດລຳໄສ້ໃຫຍ່ໃຊ້ສ່ວນປະສົມຈາກທຳມະຊາດເທົ່ານັ້ນ ມັນຈະຊ່ວຍຮັກສາອາການຖອກທ້ອງແລະກຳຈັດສານພິດແລະຂອງເສຍສະສົມໃນ ຮ່າງກາຍຂອງເຈົ້າ
ສ່ວນປະສົມໃນການຮັກສາ ມີຂິງ ເກືອທະເລ ໝາກນາວ ແອັບເປີ້ນ ຊຶ່ງທັງໝົດນີ້ມີລະດັບໄຟເບີຢູ່ສູງມັນຈະຊ່ວຍໃຫ້ສຸຂະພາບລວມຂອງ ເຈົ້າດີຂຶ້ນ
ນັກວິໄຈໄດ້ສະແດງໃຫ້ເຫັນວ່າ ການບໍລິໂພກແອັບເປີ້ນໜຶ່ງໜ່ວຍທຸກມື້ ແລະນ້ຳໝາກນາວຄັ້ນສົດຈະຊ່ວຍໃນການລ້າງພິດ ເພາະໝາກນາວມີວິຕາມິນຊີສູງມັນເປັນສານຕ້ານອະນຸມູນອິດສະຫຼະທີ່ ມີປະສິດທິພາບຫຼາຍ
ຂິງຍັງມີປະໂຫຍດຢ່າງເຫັນໄດ້ແຈ້ງ ເພາະມັນຈະຊ່ວຍກະຕຸ້ນການເຮັດວຽກຂອງລຳໄສ້ໃຫຍ່ ແລະ ຊ່ວຍຫຼຸດອາການທ້ອງອືດ ເກືອທະເລຈະຊ່ວຍກຳຈັດສານພິດ ແລະ ຂອງເສຍໃຫ້ອອກຈາກຮ່າງກາຍ ແລະ ປັບປຸງການຍ່ອຍອາ ຫານໃຫ້ດີຂຶ້ນ
ສ່ວນປະສົມ:
ນ້ຳແອັບເປີ້ນສົດ 1/2 ຖ້ວຍ
ນ້ຳໝາກນາວຄັ້ນສົດ 2 ບ່ວງໂຕະ
ນ້ຳຂິງ 1 ບ່ວງຊາ
ເກືອທະເລ 1/2 ບ່ວງຊາ
ນ້ຳອຸ່ນ 1/2 ຖ້ວຍ
ຂັ້ນຕອນການເຮັດ
ເທນ້ຳ 3.5 ອອນ ໃສ່ໝໍ້ຕົ້ມໃຫ້ເດືອດເມື່ອເດືອດແລ້ວໃຫ້ຍົກອອກຈາກເຕົາ ຈາກນັ້ນໃສ່ເກືອທະເລຄົນໃຫ້ລະລາຍ ເພີ່ມນ້ຳໝາກນາວ ນ້ຳຂິງ ແລະ ນ້ຳແອັບເປີ້ນລົງໄປ ຄົນໃຫ້ເຂົ້າກັນອີກເທື່ອ ຖ້າໃຫ້ພໍອຸ່ນໆແລ້ວດື່ມທັນທີ
ປະລິມານ ແລະ ການບໍລິໂພກ
-ດື່ມໃນຕອນເຊົ້າຂະນະທ້ອງວ່າງທັນທີທີ່ເຈົ້າຕື່ນຂຶ້ນມາ
-ດື່ມເຄື່ອງດື່ມແກ້ວຕໍ່ໄປກ່ອນອາຫານກາງເວັນ
-ດື່ມຕໍ່ໃນຕອນແລງປະມານຫົກໂມງແລງຫຼືແປດໂມງ
-ດື່ມໃຫ້ໄດ້ 8 ແກ້ວຕໍ່ມື້ ບໍ່ຕ້ອງຫ່ວງມັນບໍ່ມີຜົນຂ້າງຄຽງໃດໆ
ກ່ອນການເຮັດຄວາມສະອາດລຳໄສ້ໃຫຍ່ຄວນປຣຶກສາແພດຂອງເຈົ້າເສຍກ່ອນ ຖ້າຫາກເຈົ້າກຳລັງຕັ້ງທ້ອງ ມີພະຍາດເບົາຫວານ ຫຼື ຖ້າເຈົ້າເປັນພະຍາດພູມິພ່າຍແພ້ບາງຊະນິດ ໃຊ້ການຖືຮັກສານີ້ພຽງແຄ່ໜຶ່ງມື້ ແຕ່ຖ້າເຈົ້າຕ້ອງການເຮັດຊ້ຳໃຫ້ເຮັດຫຼັງຈາກນັ້ນໜຶ່ງອາທິດ ຜົນລັບທ໌ທີ່ໄດ້ມັນຈະຊ່ວຍກຳຈັດສານພິດອອກຈາກຮ່າງກາຍທັນທີແລະ ຊ່ວຍໃຫ້ການຍ່ອຍ ອາຫານດີຂຶ້ນຢ່າງຫຼາຍ
ไม่มีความคิดเห็น:
แสดงความคิดเห็น