ຊົມເຊີຍ...!!! ຊາວໄຊຍະບູລີ ໄດ້ຊົມໃຊ້ໄຟຟ້າແລ້ວ 99% ຂອງບ້ານທັງໝົດ

ຕາມການໃຫ້ຂໍ້ມູນຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄຊຍະບູລີ, ໃນ 9 ເດືອນປີ 2017 ນີ້ແຂວງໄດ້ຊື້ກະແສໄຟຟ້າຈາກພາຍໃນ, ມີທັງໝົດ 117,06 ລ້ານກິໂລວັດໂມງ,
ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 13,37% ມີມູນຄ່າທັງໝົດ 68,65 ຕື້ກີບ, ເມື່ອທຽບໃສ່ແຜນການປີປະຕິບັດໄດ້ 68,95% ລາຄາຊື້ສະເລ່ຍ 586,49 ກີບຕໍ່ກິໂລວັດໂມງ ແລະ ຈຳໜ່າຍກະແສໄຟຟ້າຂາຍໄດ້ທັງໝົດ 104,35 ລ້ານກິໂລວັດໂມງ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 17,84% ມີມູນຄ່າທັງໝົດ 66,09 ຕຶ້ກີບ, ລາຄາຂາຍສະເລ່ຍ 633,38 ຕໍ່ກິໂລວັດໂມງ.
ມາຮອດປັດຈຸບັນນີ້ ທົ່ວແຂວງ ໄຊຍະບູລີມີໄຟຟ້າເຂົ້າເຖິງແລ້ວ 427 ບ້ານເທົ່າກັບ 99,31% ຂອງຈຳນວນບ້ານທັງໝົດ, ໃນນີ້ມີບ້ານທີ່ໄດ້ຊົມໃຊ້ໄຟຟ້າຖາວອນຕະຫຼອດ 24 ຊົ່ວໂມງມີ 422 ບ້ານ, ເພີ່ມຂຶ້ນ 3 ບ້ານ, ມີຄອບຄົວຊົມໃຊ້ໄຟຟ້າຕົວຈິງ 74,573 ຄອບຄົວ, ທຽບໃສໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 2,509 ຄອບຄົວ ແລະ ໄດ້ຊົມໃຊ້ໄຟຟ້ານອກລະບົບມີ 5 ບ້ານ, ໄຟຟ້າແສງຕາເວັນມີ 372 ຄອບຄົວ, ນຳໃຊ້ໄຟຟ້າເຂື່ອນຂະໜາດນ້ອຍ 31 ຄອບຄົວ.
----------------
ລາວ ไทย: ຮັກກັນໄວ້ເດີ พี่น้อง
ไม่มีความคิดเห็น:
แสดงความคิดเห็น