ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ເວັບໄຊ ເວັບນີ້ຈະພາທ່ານຮຽນຮູ້ໄປກັບເທັກໂນໂລຊີ ການຕິດຕໍ່ສື່ສານ ສາລະໜ້າຮູ້ ຂ່າວເຫດການຕ່າງໆ ບໍ່ວ່າທ່ານຈະຢູ່ໃສຂອງໂລກ ກໍ່ສາມາດຕິດຕໍ່ສື່ສານຫາກັນໄດ້ ກັບໄອທີ ໂລກຂອງຄົນຍຸກໃໝ່ ຍຸກແຫ່ງການຕິດຕໍ່ສື່ສານ

วันจันทร์ที่ 23 ตุลาคม พ.ศ. 2560

ສຸຂະພາບ




ເຜີຍ​ 5 ຂັ້ນ​ຕອນ​ ຫຼຸດ​ນ້ຳ​ໜັກ​ ຢາກ​ຈ່ອຍ​ທັນ​ໃຈ​ ໃນ​ 48 ຊົ່ວ​ໂມງ​!
ກຣີ໊ດ​ດດ​…ໂສ້ງ​ຫູດ​ຊິບ​ບໍ່​ຂຶ້ນ​ ເຮົາ​ມີ​ທາງ​ລັດ​ ໃນການຫຼຸດ​ນ້ຳ​ໜັກ​ໃຫ້​ຫາກ​ເຈົ້າ​ຢາກຈ່ອຍ​ ແບບ​ໄວ​ໆ​ ມາ​ຝາກ​​ 5 ຂັ້ນ​ຕອນ​ງ່າຍໆ​

1 ຫາຍ​ໃຈ​ເຂົ້າ​ເລິກ​ໆ​ ແລ້ວ​ດື່ມ​ນ້ຳ ໜຶ່ງ​ແກ້ວ​ເຕັມ​ໆ​
2 ໃຫ້​ເວລາ​ກັບ​ການ​ຂັບ​ຖ່າຍ​ ພະຍາຍາມ​ຖ່າຍ​ໃຫ້ເປັນ​ປົກກະຕິ​ ຖ້າ​ຖ່າຍ​ບໍ່​ອອກ​ລອງ​ວິທີ​ກົດ​ຈຸດ​ເບິ່ງ ໂດຍ​ເອົາ​ນິ້ວ​ກົດ​ໄປ​ທີ່​ຫວ່າງ​ຄິ້ວ​ບຶດໜຶ່ງຈະ​ຊ່ວຍ​ໄດ້​
3 ຈິບ​ນ້ຳ ທີ່​ອຸນຫະພູມ​ຫ້ອງ​ເລື່ອຍ​ໆ​ ໃຫ້​ໄດ້​ຢ່າງ​ນ້ອຍ​ມື້​ລະ​ 3 ລີດ​
4 ຫາ​ເລື່ອງ​ໃຫ້​ຕົວ​ເອງ​ໄດ້​ອອກ​ແຮງ​ຫຼາຍ​ໆ​ ຈະ​ໄດ້​ເ​ບິນຫຼາຍໆ​ ໄປ​ໃດ​ໃກ້​ໆ​ ກໍ່​ຍ່າງ​ເອົາ​ ໃຊ້ຂັນ​ໄດ​ແທນ​ການ​ໃຊ້​ລິ​ບ ແລ້ວ​ກໍ​ອອກ​ກຳ​ລັງ​ກາຍ​ດ້ວຍ​​

ມື້ທຳອິດ : ແລ່ນ​ຈ໊ອກ​ກິ້ງ​ 5 ນາ​ທີ​ ກະ​ໂດດ​ເຊືອກ​ 15 ນາ​ທີ​ ຖີບລົດຖີບ​ 10 ນາ​ທີ​ ແລະ​ ຍ່າງ​ໄວ ​5 ນາ​ທີ​
ວັນທີ​ສອງ​ : ແລ່ນຈ໊ອກ​ກິ້ງ​ 5 ນາ​ທີ​ ເຕັ້ນ​ແອ​ໂຣ​ບິກ​ 20 ນາ​ທີ​ ແລະ​ກະ​ໂດດ​ເຊືອກ​ 10 ນາ​ທີ​ ກິນ​ນ້ອຍ​ໆ​ ແຕ່​ຫຼາຍ​ເທື່ອ​ ຕັກ​ຄຳ​ນ້ອຍ​ໆ​ ແລ້ວ​ຫຍ້ຳ​ໃຫ້​ດົນ​ໆ​ ເຮັດ​ຕາມ​ເມ​ນູ​ນີ້​ໄດ້​ຈະ​ດີ​ຫຼາຍ​

ມື້​ທຳອິດ
ເຊົ້າ​ : ເຂົ້າ​ຕົ້ມ​ກຸ້ງ​/ໂຈ໊ກ​ໄກ່​ 1 ຖ້ວຍ​ນ້ອຍ​ໆ​+ສົ້ມ​ 1 ໜ່ວຍ/ນ້ຳ​ສົ້ມ​ຄັ້ນ​ສົດ​ບໍ່​ຕື່ມ​ນ້ຳ​ຕານ​ 1 ແກ້ວ​
ສວາຍ​ : ໂຍ​ເ​ກິດບໍ່ມິ​ມັນ​ເນີຍ​ລົດ​ທຳມະຊາດ​ 1 ຖ້ວຍ​
ກາງ​ເວັນ​ : ເຂົ້າ​ 1 ທັບ​ພີ​ ກັບ​ນ້ຳ​ພິກ​ປາ​ທູ​ແລະ​ຜັກ​ສົດ​
ບ່າຍ​ : ແອັບ​ເປີ້ນ​ເຄິ່ງໜ່ວຍ​/ກ້ວຍ​ນ້ຳ​ວ້າ​ 1 ໜ່ວຍ
ຕອນແລງ​ : ສຸ​ກີ້​ນ້ຳ​ຜັກ​ລວມໃສ່​ກຸ້ງ​ປຸງ​ລົດ​ບໍ່​ຈັດ​

ມື້ທີ​ສອງ​
ເຊົ້າ​ : ຂະໜົມ​ປັງ​​ 1 ແຜ່ນ​+ນົມ​ບໍ່ມມີ​ມັນ​ເນີຍ​ 1 ກ່ອງ​
ສວາຍ​ : ນ້ຳ​ເຕົ້າ​ຫູ້​/ຊາ​ຂຽວ​ຮ້ອນ​ບໍ່​ຕື່ມ​ນ້ຳ​ຕານ​ 1 ແກ້ວ​
ກາງ​ເວັນ​ : ສະ​ລັດ​ຜັກ​ໃສ່​ອົກ​ໄກ່​ ນ້ຳ​ສະ​ລັດ​ຍີ່​ປຸ່ນ​ 1 ຊາມ​
ບ່າຍ​ : ໝາກສີດາເ​ຄິ່ງໜ່ວຍ​ ໝາກນັດ​ 1/4 ໜ່ວຍ​
ຕອນແລງ​ : ສະ​ເຕັກ​ປາ​ປິ້ງ​ ໝາກຫຸງ​ສຸກ​ 5 ຊິ້ນ​ (ຊິ້ນ​ລະ​ຄຳ​)

ຖາມ​-ຕອບ​ ເລື່ອງ​ ຫຼຸດ​ນ້ຳ​ໜັກ​ ?
ຫຼຸດ​ນ້ຳ​ໜັກ​ໄວ​ເກີນ​ໄປ​ຈະ​ເປັນ​ໂຢ​ໂຢ່​ໄດ້ບໍ​
“ທາງ​ທີ່​ດີ​ຄວນ​ຈະຫຼຸດ​ປະ​ມານ​ 2-4 ກິ​ໂລ​ກຣາມ​ຕໍ່​ເດືອນ​ ບໍ່​ຫຼາຍ​ໄປ​ກວ່າ​ນີ້​ ສ່ວນ​ວິທີ​ການ​ທີ່ປອດໄ​ພ​ແລະຫຼຸດ​ໄດ້​ໄວ​ທີ່ສຸດ​ຄື​ການ​ຄວບ​ຄຸມ​ອາຫານ​ຮ່ວມ​ ກັບ​ການ​ອອກ​ກຳ​ລັງ​ກາຍ​ແບບ​ແອ​ໂຣ​ບິກ​”
ຄວນ​ຄວບ​ຄຸມ​ນ້ຳ​ໜັກ​ ຫຼື ​ອົດ​ອາຫານ​ບໍ?​
“ວິທີ​ຄວບ​ຄຸຸ​ມ​ອາຫານ​ທີ່​ດີ​ຄື​ການ​ກິນ​ໃຫ້​ຄົບ​ 3 ມື້​ ແລະ​ ອາດ​ມີ​ອາຫານ​ວ່າງ​ໜຶ່ງ​ມື້​ກໍ​ໄດ້​ ໂດຍ​ອາຫານ​ເຊົ້າ​ກິນ​ໄດ້​ປົກກະຕິ​ ກາງ​ເວັນຫຼຸດ​ແປ້ງ​ລົງ​ມາເຄິ່ງ​ໜຶ່ງ​ ເພີ່ມ​ຜັກ​ແລະ​ໂປຼຣ​ຕິນ​ ຊ່ວງ​ຕອນບ່າຍ​ອາດ​ມີ​ອາຫານ​ວ່າງ​ກໍ​ໄດ້​”

ไม่มีความคิดเห็น:

แสดงความคิดเห็น