
4 ສູດໜ້າຂາວໃສ ຜິວງາມ ງ່າຍໆ ພຽງແຕ່ໃຊ້ຫວ່ານຫາງແຂ້
ຫວ່ານຫາງແຂ້
ເປັນໜຶ່ງໃນພືດເທິ່ງໂລກທີ່ມີຄຸນປະໂຫຍດຫຼວງຫຼາຍ ປະກອບໄປດ້ວຍສານອາ
ຫານທີ່ເຕັມໄດປດ້ວຍຄຸນນະພາບແລະເນື້ອທີ່ເປັນວຸ້ນຂອງມັນກໍນຳມາໃຊ້
ປະໂຫຍດໄດ້ຫຼວງຫຼາຍຢ່າງບໍ່ໜ້າເຊື່ອ
ເຮົາຈະເຮັດໃຫ້ເຈົ້າໄດ້ເຫັນວ່າຫວ່ານຫາງແຂ້ພຽງຢ່າງດຽວນັ້ນ
ສາມາດສ້າງສະກິນແຄແບບເຮັດມືໄດ້ຫຼາຍເຖິງ 4 ຢ່າງ ໄດ້ແກ່ ໂທນເນີ
ຄລີນເຊີ ສະຄັບ ແລະ ມອຍເຈີໄຣເຊີ ໄດ້ແນວໃດ?
ໂດຍປົກກະຕິແລ້ວເຮົາໃຊ້ຫວ່ານຫາງແຂ້ເພື່ອປັບປຸງສະພາບຜິວແລະນຳ
ໃຊ້ແທນສະກິນແຄຕາມເຄົາເຕີແບນຕ່າງໆ ກໍໄດ້
ແຕ່ຍິ່ງໄປກວ່ານັ້ນຄື
ມັນຊ່ວຍເພີ່ມຄຸນນະພາບເສັ້ນຜົມໃຫ້ກັບເຈົ້າ ສະນັ້ນ
ເຮົາມາເລີ່ມເຮັດສະກິນແຄທັງ 4 ຢ່າງທີ່ກ່າວໄວ້ຂ້າງຕົ້ນ
ວັດຖຸດິບ
- ຫວ່ານຫາງແຂ້ 1 ໃບ ໂດຍຕັດແບ່ງເປັນ 4 ສ່ວນສຳລັບເຮັດສະກິນແຄແຕ່ລະຢ່າງ
- ແປ້ງເຂົ້າຈ້າວ (ສຳລັບເຮັດສະຄັບ)
- ນ້ຳກຸຫຼາບ ແລະ ນ້ຳແຮ່ຫຼືນ້ຳບໍລິສຸດ (ສຳລັບເຮັດໂທນເນີ)
ວິທີເຮັດ
- ຄຼີນເຊີ – ເນື່ອງຈາກເຮົາໃຊ້ພຽງວຸ້ນພາຍໃນເປືອກຂອງຫວ່ານຫາງແຂ້ພຽງເທົ່າ ນັ້ນ ສະນັ້ນ ພຽແຕ່ນຳຫວ່ານຫາງແຂ້ 1 ສ່ວນທີ່ກຽມໄວ້ມາປອກເປືອກກໍຖືວ່າເປັນອັນສຳເລັດ
- ມອຍເຈີໄຣເຊີ – ເຮັດຄືຄຼີນເຊີ
- ສະຄັບ – ປອກເປືອກຫວ່ານຫາງແຂ້ 1 ສ່ວນຄືດຽວກັບວິທີເຮັດຄຼີນເຊີ ຈາກນັ້ນເທແປ້ງເຂົ້າຈ້າວລົງເທິງຫວ່ານຫາງແຂ້ 1/2 ບ່ວງໂຕະກໍຖືເປັນອັນສຳເລັດ
- ໂທນເນີ- ປອກເປືອກຫວ່ານຫາງແຂ້ສ່ວນສຸດທ້າຍແລ້ວຂູດວຸ້ນຂອງມັນໃສ່ແກ້ວໃຫ້ ໝົດ ຈາກນັ້ນເທນ້ຳກຸຫຼາບແລະນ້ຳແຮ່ຫຼືຖ້າບໍ່ມີກໍໃຊ້ນ້ຳສະອາດແທນ ກໍໄດ້ລົງໄປໃນແກ້ວດຽວກັນຢ່າງລະ 2 ບ່ວງໂຕະ ຄົນສ່ວນປະສົມໃນແກ້ວໃຫ້ເຂົ້າກັນ ສຸດທ້າຍເທສ່ວນປະສົມທີ່ໄດ້ລົງກວດສະເປ ປິດຝາໃຫ້ແໜ້ນກໍເປັນອັນສຳເລັດ ໂທນເນີນີ້ໃຊ້ແລ້ວສາມາດເກັບໃນຕູ້ເຢັນໄດ້ດົນ 7-10 ມື້
ວິທີໃຊ້
- ລ້າງໜ້າດ້ວຍນ້ຳສະອາດ
- ເຮັດຄວາມສະອາດໜ້າດ້ວຍຄຼີນເຊີ – ໂດຍທາຫວ່ານຫາງແຂ້ໃຫ້ທົ່ວໜ້າຄືເປັນຄຼີນເຊີ ພໍທາໄປໄດ້ໄລຍະໜຶ່ງວຸ້ນສ່ວນເທິງຈະແຫ້ງລົງ ໃຫ້ໃຊ້ນິ້ວຈິກບ່ອນແຜ່ນວຸ້ນ ເທື່ອເພື່ອໃຫ້ວຸ້ນທີ່ຢູ່ດ້ານໃນອອກມາອີກແລ້ວທາຕໍ່ຈົນໝົດ ຈາກນັ້ນໃຊ້ທິດຊູ່ປຽກເຊັດອອກຈະຮູ້ສຶກວ່າໜ້ານຸ່ມຂຶ້ນ
- ຂັດໜ້າດ້ວຍສະຄັບ - ໃຫ້ນຳຫວ່ານຫາງແຂ້ທີ່ປະສົມກັບແປ້ງເຂົ້າຈ້າວມາຂັດເບົາໆ ທົ່ວໜ້າ ພຽງ 1-2 ນາທີແລ້ວລ້າງອອກດ້ວຍນ້ຳສະອາດ ເຮົາຈະສະຄັບໜ້າພຽງ 3 ມື້ຕໍ່ອາທິດເທົ່ານັ້ນ
- ກຽມໜ້າດ້ວຍໂທນເນີ – ຂະເຢົ່າກວດໂທນເນີຫວ່ານຫາງແຂ້ແລະສີດໃຫ້ທົ່ວໜ້າ ຈາກນັ້ນເປົ່າໃຫ້ແຫ້ງເພື່ອກຽມໜ້າໃຫ້ພ້ອມກ່ອນລົງມອຍເຈີໄຣເຊີ
- ເພີ່ມຄວາມຊຸ່ມຊື້ນໃຫ້ໃບໜ້າດ້ວຍ ມອຍເຈີໄຣເຊີ – ນຳຫວ່ານຫາງແຂ້ສ່ວນສຸດທ້າຍມາທາໜ້າກ່ອນເຂົ້ານອນ ພຽງເທົ່ານີ້ເຈົ້າກໍໃຊ້ຫວ່ານຫາງແຂ້ຄຸ້ມແລ້ວ
ไม่มีความคิดเห็น:
แสดงความคิดเห็น