ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ເວັບໄຊ ເວັບນີ້ຈະພາທ່ານຮຽນຮູ້ໄປກັບເທັກໂນໂລຊີ ການຕິດຕໍ່ສື່ສານ ສາລະໜ້າຮູ້ ຂ່າວເຫດການຕ່າງໆ ບໍ່ວ່າທ່ານຈະຢູ່ໃສຂອງໂລກ ກໍ່ສາມາດຕິດຕໍ່ສື່ສານຫາກັນໄດ້ ກັບໄອທີ ໂລກຂອງຄົນຍຸກໃໝ່ ຍຸກແຫ່ງການຕິດຕໍ່ສື່ສານ

วันจันทร์ที่ 23 ตุลาคม พ.ศ. 2560

ນັກສຶກສາລາວ 7 ຄົນ ໄດ້ຮັບທຶນການສຶກສາ ປະລິນຍາໂທ ຂອງ AUF

ນັກສຶກສາລາວ 7 ຄົນ ໄດ້ຮັບທຶນການສຶກສາ ປະລິນຍາໂທ ຂອງ AUF


ນັກ​ສຶກສາລາ​ວ 7 ຄົນ ​ໄດ້​ຮັບ​ທຶນການ​ສຶກສາ​ລະດັບ​ປະລິນຍາ​ໂທ​ ຂອງຝຣັ່ງ​ໂກ​ໂຟນີ (AUF), ​ໃນສົກປີ 2017-2018 ທີ່ ​ປະ​ເທດ​ຫວຽດນາມ ​ແລະ ຣາຊະ​ອານາຈັກ​ກຳປູ​ເຈຍ ​ໃນ​ສາຂາ​ວິ ຊາການ​ແພດ, ການ​ຄ້າ ​ແລະ ພົວພັນ​ເສດຖະກິດ​ອາຊີ-ເອີຣົບ, ກົດໝາຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ​ສາກົນ.
ພິທີ​ມອບ​ໃບ​ຢັ້ງຢືນ​​ທຶນ​ການ​ສຶກສາດັ່ງກ່າວ,​ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ກັນຍາ 2017 ທີ່ສູນ​ຂໍ້​ມູນ​ຂ່າວສານ​ຝຣັ່ງ​ໂກ​ໂຟນວຽງ​ຈັນ. ຕາງໜ້າ​ມອບ​ໂດ​ຍ ທ່ານ ນາງ ຊຸຍ​ລີ ​ເອລ ມູຕາ​ອູ​ກິນ ຣຸດສໂຊ ຫົວ​ໜ້າ​ສູນຂໍ້​ມູນ​ຂ່າວສານ​ຝຣັ່ງ​ໂກ​ໂຟນວຽງ​ຈັນ.
ໃນ​ໂອກາດ​ດັ່ງກ່າວ, ສູນຂໍ້​ມູນ​ຂ່າວສານ​ຝຣັ່ງ​ໂກ​ໂຟນວຽງ​ຈັນ ກໍໄດ້ຈັດກິດຈະກຳ​​ຕ້ອນຮັບເປີດສົກຮຽນໃໝ່, ​ໂດຍ​ມີຈຸດປະສົງ ​ເພື່ອໂຄສະນາ​ເຜີຍ​ແຜ່ຂໍ້​ມູນ​ຕ່າງໆ ​ຂອງ​ສູນ, ​ເຮັດ​ໃຫ້​ບັນດາ​ນ້ອງນັກ​ສຶກສາ, ຄູ​ອາຈານ ​ໄດ້​ມາ​ຊົມ​ໃຊ້ ຫລື ​ເຂົ້າ​ມາ​​ຄົ້ນຄວ້າ, ຊອກ​ຫາ​ຂໍ້ມູນ ປະກອບ​ໃນ​ການ​ຂຽນ​ບົດລາຍ​ງານ ​ແລະ ບົດ​ວິ​ທະນາ​ນິພົນ​ຕ່າງໆ ຢູ່​ພາຍ​ໃນ​ສູນດັ່ງກ່າວ.
ກິດຈະກຳ​​ໃນຄັ້ງ​ນີ້, ​ໄດ້ມີບັນດານ້ອງນັກສຶກ, ຄູອາຈານ ຈາກຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ ​ແລະ ພາຍໃນງານ ໄດ້ມີກິດຈະກຳຖາມ-ຕອບ, ຫລີ້ນເກມ ເພື່ອຮັບລາງວັນຕ່າງໆ ຈາກອົງການ AUF ນຳອີກ.
ຂ່າວ-ພາບ: ມະນີ​ທອນ

 

ไม่มีความคิดเห็น:

แสดงความคิดเห็น