5 ສິ່ງທີ່ຄວນເຮັດໃນຕອນບ່າຍຈະຊ່ວຍໃຫ້ທ່ານຫຼຸດນ້ຳໜັກໄດ້ງ່າຍຂຶ້ນ
- ການກິນອາຫານຄ່ຳແມ່ນໃຫ້ຫຼຸດປະລິມານລົງ ແຕ່ຄວນກິນອາຫານຫວ່າງໃສ່ໃນຊ່ວງເວລາປະມານ 15:00 ນາທີ
- ດື່ມນ້ຳໃຫ້ຫຼາຍໆ ນ້ຳຈະຊ່ວຍກະຕຸ້ນໃຫ້ຮ່າງກາຍມີຄວາມຕື່ນຕົວ ແລະ ຊ່ວຍເຮັດໃຫ້ກະເພາະອີ່ມຂຶ້ນ
- ຢ່ານັ່ງແຕ່ຢູ່ບ່ອນເກົ່າຄວນລຸກຍ່າງມື້ລະ 20-30 ນາທີ
- ພະຍາຍາມຄວບຄຸມການກິນໃຫ້ຢູ່ໃນລະດັບທີ່ເໝາະສົມ ແລະ ຄວນເລືອກກິນ
- ການອອກກຳລັງກາຍແບບ High-Intensity Interval Training ຫຼື HIIT ຈະຊ່ວຍເຜົາຜານໄຂມັນໄດ້ດີ
ຫອມຫົວໃຫຍ່ສາມາດເຮັດໃຫ້ຜົມ ແລະ ຄິ້ວດົກດຳໄດ້
ຫາກຄົນທີ່ຄິ້ວບາງຕ້ອງການເພີ່ມຄິ້ວໃຫ້ໜ້າຂຶ້ນ ມີວິທີເຮັດງ່າຍໆ ພຽງແຕ່ທ່ານຄັ້ນເອົານ້ຳຫອມຫົວໃຫຍ່ ຈາກນັ້ນກໍ່ເອົາມາທາໃສ່ຄິ້ວ ປະໄວ້ປະມານ 30 ນາທີ ແລ້ວຈິ່ງລ້າງອອກ ພຽງໃຊ້ວິທີນີ້ 4-5 ເທື່ອຕໍ່ອາທິດ ເປັນເວລາ 2 ເດືອນ ຮັບຮອງວ່າທ່າຈະໄດ້ຂົນຄິ້ວດົກດຳເປັນທຳມະຊາດແນ່ນອນ ແລະ ສຳລັບຄົນທີ່ຜົມບາງກໍ່ສາມາດນຳວິທີດັ່ງກ່າວນີ້ໄປໃຊ້ໄດ້
ວິທີດູແລຜິວໜ້າຂອງຜູ້ຊາຍໃຫ້ໜ້າໃສ ແລະ ບໍ່ເກີດສິວ
- ລ້າງໜ້າໃຫ້ສະອາດເປັນປະຈຳ
- ເລືກໃຊ້ຄຣີມທາໜ້າທີ່ເໝາະກັບສະພາບຜິວຂອງຕົວເອງ
- ນອນຢ່າງໜ້ອຍໃຫ້ໄດ້ມື້ລະ 7 ຊົ່ວໂມງ
- ບໍ່ດື່ມແອລກໍຮໍ ແລະ ສູບຢາຫຼາຍ
- ບໍ່ກິນຂອງຫວານຫຼາຍ
- ເລືອກກິນອາຫານທີ່ມີປະໂຫຍດ
- ບໍ່ໃຫ້ຜິວໜ້າຖືກແສງແດດ ແລະ ຝຸ່ນຫຼາຍ
- ໝັ່ນໂກນໜວດເລື້ອຍໆ
- ຢ່ານອນເດຶກຫຼາຍ
- ເຮັດຈິດໃຈໃຫ້ສະບາຍເພາະຄວາມຕຶງຄຽດຈະເຮັດໃຫ້ໜ້າໂຊມລົງໄດ້
ສູດລະລາຍຂີ້ກະເທີ່ຕົ້ນເຫດຂອງການໄອໃນຕອນກາງຄືນ
ສູດນ້ຳໜາກນາວນ້ຳເຜິ້ງ
- ນ້ຳອຸ່ນເຄິ່ງຈອກ
- ໜາກນາວເຄິ່ງໜ່ວຍ
- ນ້ຳເຜິ້ງ 1 ບ່ວງກາເຟ
- ເກືອເລັກນ້ອຍ
ບໍ່ຄວນຖືເບົາກັບອາການຊາຕີນຊາມື
ຫາມີອາການຊາທີ່ບໍລິເວນປາຍປາຍນິ້ວມື ຫຼື ນິ້ວຕີນເລັກໜ້ອຍຫຼາຍກວ່າ 2-3 ວັນ ແລະ ບໍ່ມີທ່າທາງຈະດີຂຶ້ນ ໃຫ້ລອງປັບປ່ຽນພຶດຕິກຳເບິ່ງກ່ອນ ອາດຈະອອກກຳລັງກາຍ ຫຼື ປ່ຽນທ່ານັ່ງທ່າຢືນ ທ່ານອນ ປ່ຽນໝອນ ຫາກຍັງບໍ່ດີຂຶ້ນພາຍໃນໄລຍະບໍ່ເກີນ 1 ອາທິດຄວນໄປພົບແພດກ່ອນມີອາການຮ້າຍແຮງກວ່ານີ້.
5 ສິ່ງທີ່ຄວນເຮັດໃນຕອນບ່າຍຈະຊ່ວຍໃຫ້ທ່ານຫຼຸດນ້ຳໜັກໄດ້ງ່າຍຂຶ້ນ
- ການກິນອາຫານຄ່ຳແມ່ນໃຫ້ຫຼຸດປະລິມານລົງ ແຕ່ຄວນກິນອາຫານຫວ່າງໃສ່ໃນຊ່ວງເວລາປະມານ 15:00 ນາທີ
- ດື່ມນ້ຳໃຫ້ຫຼາຍໆ ນ້ຳຈະຊ່ວຍກະຕຸ້ນໃຫ້ຮ່າງກາຍມີຄວາມຕື່ນຕົວ ແລະ ຊ່ວຍເຮັດໃຫ້ກະເພາະອີ່ມຂຶ້ນ
- ຢ່ານັ່ງແຕ່ຢູ່ບ່ອນເກົ່າຄວນລຸກຍ່າງມື້ລະ 20-30 ນາທີ
- ພະຍາຍາມຄວບຄຸມການກິນໃຫ້ຢູ່ໃນລະດັບທີ່ເໝາະສົມ ແລະ ຄວນເລືອກກິນ
- ການອອກກຳລັງກາຍແບບ High-Intensity Interval Training ຫຼື HIIT ຈະຊ່ວຍເຜົາຜານໄຂມັນໄດ້ດີ

4 ສູດໜ້າຂາວໃສ ຜິວງາມ ງ່າຍໆ ພຽງແຕ່ໃຊ້ຫວ່ານຫາງແຂ້
ຫວ່ານຫາງແຂ້
ເປັນໜຶ່ງໃນພືດເທິ່ງໂລກທີ່ມີຄຸນປະໂຫຍດຫຼວງຫຼາຍ ປະກອບໄປດ້ວຍສານອາ
ຫານທີ່ເຕັມໄດປດ້ວຍຄຸນນະພາບແລະເນື້ອທີ່ເປັນວຸ້ນຂອງມັນກໍນຳມາໃຊ້
ປະໂຫຍດໄດ້ຫຼວງຫຼາຍຢ່າງບໍ່ໜ້າເຊື່ອ
ເຮົາຈະເຮັດໃຫ້ເຈົ້າໄດ້ເຫັນວ່າຫວ່ານຫາງແຂ້ພຽງຢ່າງດຽວນັ້ນ
ສາມາດສ້າງສະກິນແຄແບບເຮັດມືໄດ້ຫຼາຍເຖິງ 4 ຢ່າງ ໄດ້ແກ່ ໂທນເນີ
ຄລີນເຊີ ສະຄັບ ແລະ ມອຍເຈີໄຣເຊີ ໄດ້ແນວໃດ?
ໂດຍປົກກະຕິແລ້ວເຮົາໃຊ້ຫວ່ານຫາງແຂ້ເພື່ອປັບປຸງສະພາບຜິວແລະນຳ
ໃຊ້ແທນສະກິນແຄຕາມເຄົາເຕີແບນຕ່າງໆ ກໍໄດ້
ແຕ່ຍິ່ງໄປກວ່ານັ້ນຄື
ມັນຊ່ວຍເພີ່ມຄຸນນະພາບເສັ້ນຜົມໃຫ້ກັບເຈົ້າ ສະນັ້ນ
ເຮົາມາເລີ່ມເຮັດສະກິນແຄທັງ 4 ຢ່າງທີ່ກ່າວໄວ້ຂ້າງຕົ້ນ
ວັດຖຸດິບ
- ຫວ່ານຫາງແຂ້ 1 ໃບ ໂດຍຕັດແບ່ງເປັນ 4 ສ່ວນສຳລັບເຮັດສະກິນແຄແຕ່ລະຢ່າງ
- ແປ້ງເຂົ້າຈ້າວ (ສຳລັບເຮັດສະຄັບ)
- ນ້ຳກຸຫຼາບ ແລະ ນ້ຳແຮ່ຫຼືນ້ຳບໍລິສຸດ (ສຳລັບເຮັດໂທນເນີ)
ວິທີເຮັດ
- ຄຼີນເຊີ – ເນື່ອງຈາກເຮົາໃຊ້ພຽງວຸ້ນພາຍໃນເປືອກຂອງຫວ່ານຫາງແຂ້ພຽງເທົ່າ ນັ້ນ ສະນັ້ນ ພຽແຕ່ນຳຫວ່ານຫາງແຂ້ 1 ສ່ວນທີ່ກຽມໄວ້ມາປອກເປືອກກໍຖືວ່າເປັນອັນສຳເລັດ
- ມອຍເຈີໄຣເຊີ – ເຮັດຄືຄຼີນເຊີ
- ສະຄັບ – ປອກເປືອກຫວ່ານຫາງແຂ້ 1 ສ່ວນຄືດຽວກັບວິທີເຮັດຄຼີນເຊີ ຈາກນັ້ນເທແປ້ງເຂົ້າຈ້າວລົງເທິງຫວ່ານຫາງແຂ້ 1/2 ບ່ວງໂຕະກໍຖືເປັນອັນສຳເລັດ
- ໂທນເນີ- ປອກເປືອກຫວ່ານຫາງແຂ້ສ່ວນສຸດທ້າຍແລ້ວຂູດວຸ້ນຂອງມັນໃສ່ແກ້ວໃຫ້ ໝົດ ຈາກນັ້ນເທນ້ຳກຸຫຼາບແລະນ້ຳແຮ່ຫຼືຖ້າບໍ່ມີກໍໃຊ້ນ້ຳສະອາດແທນ ກໍໄດ້ລົງໄປໃນແກ້ວດຽວກັນຢ່າງລະ 2 ບ່ວງໂຕະ ຄົນສ່ວນປະສົມໃນແກ້ວໃຫ້ເຂົ້າກັນ ສຸດທ້າຍເທສ່ວນປະສົມທີ່ໄດ້ລົງກວດສະເປ ປິດຝາໃຫ້ແໜ້ນກໍເປັນອັນສຳເລັດ ໂທນເນີນີ້ໃຊ້ແລ້ວສາມາດເກັບໃນຕູ້ເຢັນໄດ້ດົນ 7-10 ມື້
ວິທີໃຊ້
- ລ້າງໜ້າດ້ວຍນ້ຳສະອາດ
- ເຮັດຄວາມສະອາດໜ້າດ້ວຍຄຼີນເຊີ – ໂດຍທາຫວ່ານຫາງແຂ້ໃຫ້ທົ່ວໜ້າຄືເປັນຄຼີນເຊີ ພໍທາໄປໄດ້ໄລຍະໜຶ່ງວຸ້ນສ່ວນເທິງຈະແຫ້ງລົງ ໃຫ້ໃຊ້ນິ້ວຈິກບ່ອນແຜ່ນວຸ້ນ ເທື່ອເພື່ອໃຫ້ວຸ້ນທີ່ຢູ່ດ້ານໃນອອກມາອີກແລ້ວທາຕໍ່ຈົນໝົດ ຈາກນັ້ນໃຊ້ທິດຊູ່ປຽກເຊັດອອກຈະຮູ້ສຶກວ່າໜ້ານຸ່ມຂຶ້ນ
- ຂັດໜ້າດ້ວຍສະຄັບ - ໃຫ້ນຳຫວ່ານຫາງແຂ້ທີ່ປະສົມກັບແປ້ງເຂົ້າຈ້າວມາຂັດເບົາໆ ທົ່ວໜ້າ ພຽງ 1-2 ນາທີແລ້ວລ້າງອອກດ້ວຍນ້ຳສະອາດ ເຮົາຈະສະຄັບໜ້າພຽງ 3 ມື້ຕໍ່ອາທິດເທົ່ານັ້ນ
- ກຽມໜ້າດ້ວຍໂທນເນີ – ຂະເຢົ່າກວດໂທນເນີຫວ່ານຫາງແຂ້ແລະສີດໃຫ້ທົ່ວໜ້າ ຈາກນັ້ນເປົ່າໃຫ້ແຫ້ງເພື່ອກຽມໜ້າໃຫ້ພ້ອມກ່ອນລົງມອຍເຈີໄຣເຊີ
- ເພີ່ມຄວາມຊຸ່ມຊື້ນໃຫ້ໃບໜ້າດ້ວຍ ມອຍເຈີໄຣເຊີ – ນຳຫວ່ານຫາງແຂ້ສ່ວນສຸດທ້າຍມາທາໜ້າກ່ອນເຂົ້ານອນ ພຽງເທົ່ານີ້ເຈົ້າກໍໃຊ້ຫວ່ານຫາງແຂ້ຄຸ້ມແລ້ວ

ເຈົ້ານອນ
ຫຼັບເຕັມແປດຊົ່ວໂມງຕອນກາງຄືນ ແລະ
ເມື່ອເຈົ້າຕື່ນມາໃນຕອນເຊົ້າ
ເຈົ້າກັບຮູ້ສຶກສັບສົນວ່າເປັນຫຍັງເຈົ້າເຖິງຍັງຫາວນອນ ເມື່ອຍ ແລະ
ອ່ອນລ້າແມ່ນຫຼືບໍ່?
ເຮົາມາລອງສັງເກດເບິ່ງ “ຕົວລັກພະລັງງານ” ເຫຼົ່ານີ້ວ່າມີຫຍັງແດ່ ແລະໃນບາງເທື່ອເຈົ້າກໍຈະສາມາດຫຼີກລ້ຽງນິໄສເຫຼົ່ານັ້ນໄປໄດ້
ໂທລະສັບມືຖືຢູ່ໃກ້ເຈົ້າຫຼືເກີນໄປ
ຈົ່ງເຮັດໃຫ້
ແນ່ໃຈວ່າໄທລະສັບມືຖືຂອງເຈົ້າຢູ່ຫ່າງໄກເຈົ້າຫຼືບໍໃນຂະນະທີ່
ເຈົ້າຫຼັບ ຫຼື ທາງທີ່ດີຄືປິດເຄື່ອງເລີຍ
ລັງສີໂທລະສັບອາດໄປຢຸດການຫຼັ່ງຂອງຮໍໂມນເມລາໂທນິນ
ຊຶ່ງຫາກເປັນແບບນັ້ນ ເຈົ້າຈະຍັງຮູ້
ສຶກງ່ວງນອນເມື່ອເຈົ້າຕື່ນຂຶ້ນມາ
ນອນຫຼັບຍາວໄປຈົນເຖິງຊ່ວງບ່າຍໃນວັນຢຸດສຸດອາທິດເຮົາມາລອງສັງເກດເບິ່ງ “ຕົວລັກພະລັງງານ” ເຫຼົ່ານີ້ວ່າມີຫຍັງແດ່ ແລະໃນບາງເທື່ອເຈົ້າກໍຈະສາມາດຫຼີກລ້ຽງນິໄສເຫຼົ່ານັ້ນໄປໄດ້
ໂທລະສັບມືຖືຢູ່ໃກ້ເຈົ້າຫຼືເກີນໄປ
ພວກເຮົາທຸກຄົນລ້ວນຕ້ອງການການນອນຫຼັບພັກຜ່ອນໃນວັນຢຸດສຸດອາທິດ ປິດໂມງປຸກ ເພື່ອທີ່ຈະພັກຜ່ອນໄດ້ດີຂຶ້ນ ແຕ່ມີນ້ອຍຄົນທີ່ຈະຮູ້ວ່ານັ້ນຄືຄວາມເຄີຍຊິນທີ່ບໍ່ດີປານໃດ ຫຼື ເມື່ອເຈົ້າມີການຕັ້ງເວລານອນໄວ້ຮຽບຮ້ອຍແລ້ວ ຮ່າງກາຍຂອງເຈົ້າຈະຮູ້ວ່າເວລາໃດຄືເວລາຕື່ນ ແລະ ເວລາໃດຄືເວລາພັກຜ່ອນຂອງເຈົ້າ
ຫາກເຈົ້ານອນຫຼັບຫຼືກວ່າປົກກະຕິສອງຊົ່ວໂມງ ເວລາການນອນທີ່ເຈົ້າຕັ້ງໄວ້ຈະຖືກລົບກວນ ການນອນໃນວັນຢຸດສຸດອາທິດຂອງເຈົ້າຈຶ່ງສາ ມາດຢືດເຢື້ອໄປໄດ້ອີກພຽງໜຶ່ງຊົ່ວໂມງ ຫຼື ປະມານຊົ່ວໂມງເຄິ່ງເທົ່ານັ້ນ ນອນຫຼັບໄປພ້ອມສັດລ້ຽງຂອງເຈົ້າ
ສອນໃຫ້ສັດລ້ຽງຂອງເຈົ້ານອນໃນບ່ອນນອນຂອງຕົວເອງ ແລະ ຫ້າມໃຫ້ມັນຂຶ້ນມານອນເທິງຕຽງກັບເຈົ້າເດັດຂາດ ເຈົ້າອາດຈະບໍ່ທັນສັງເກດ ແຕ່ສັດຈະປ່ອຍສຽງຂະນະທີ່ພວກມັນຫຼັບ ແລະ ມັນຍັງມີການເຄື່ອນໄຫວຢ່າງສັບສົນຂະນະຕອນນອນຫຼັບຢູ່ ຄວາມຈິງເຈົ້າບໍ່ໄດ້ສັງເກດພຶດຕິກຳຂອງສັດເຫຼົ່ານີ້ຈະບໍ່ປ່ຽນແປງ ຄວາມຈິງວ່າພະລັງງານຂອງເຈົ້າຈະໝົດລົງ ເຈົ້າບໍ່ໄດ້ອອກກຳລັງກາຍມາເປັນເວລາສີ່ເດືອນຫຼືກວ່ານັ້ນ
ເຖິງວ່າການອອກກຳລັງກາຍຈະເປັນທາງອອກທີ່ດີຫຼືສຳລັບການນອນຫຼັບ ທີ່ດີຂຶ້ນ ແຕ່ການເຮັດວຽກໜັກຫຼືອອກກຳລັງຫຼືເກີນຄວາມພໍດີ ກໍບໍ່ສາມາດຮັບຮອງໄດ້ວ່າເຈົ້າຈະນອນຫຼັບໄດ້ດີ
ແຕ່ເຈົ້າຄວນຮູ້ວ່າຫຼັງຈາກສີ່ເດືອນ ການອອກກຳລັງກາຍຊ່ວຍກຳຈັດອາການນອນບໍ່ຫຼັບໃຫ້ຫາຍໄປໄດ້ ທາງທີ່ດີທີ່ສຸດຄືເຈົ້າຄວນອອກກຳລັງຢ່າງນ້ອຍອາທິດລະສາມເທື່ອ

ເຕືອນອັນຕະລາຍ! ຫ້າມອາບນ້ຳດ້ວຍ 6 ວິທີນີ້ ເພາະອາດເຮັດໃຫ້ຕາຍແບບບໍ່ຮູ້ຕົວ
ເມື່ອບໍ່
ດົນມານີ້ ເວັບໄຊຕ່າງປະເທດໄດ້ມີການເປີດເຜີຍເຖິງເລື່ອງລາວຂອງ
ທ່ານຫຼິວ ຊາຍຜູ້ມີຮູບຮ່າງຕຸ້ຍ ອາຍຸ 53 ປີ ວັນທີ 1 ສິງຫາ
ເປັນວັນທີອາກາດມີອຸນຫະພູມປະມານ 38 ອົງສາ
ຫຼັງຈາກເລີກວຽກກົບມາຮອດບ້ານພ້ອມກັບເຫງື່ອທີ່ເຕັມຕົວ ລາວຈຶ່ງຟ້າວຖອດເສື້ອຜ້າ ຕັກນ້ຳເຢັນໆມາແລ້ວເທລົງມາຕັ້ງແຕ່ຫົວເຖິງຕີນ
ແລະໃນຄືນນັ້ນ ທ່ານຫຼິວເລີ່ມຮູ້ສຶກວ່າຫົວໃຈຂອງລາວເຮັດວຽກບໍ່ປົກກະຕິ ແຕ່ຄົນໃນຄອບຄົວຕ່າງກໍ່ຄິດວ່າຄົງເປັນເພາະລາວຕາກແດດມາທັງມື້ເລີຍ ອາດເຮັດໃຫ້ບໍ່ສະບາຍເລີຍໃຫ້ລາວນອນພັກຜ່ອນແຕ່ອາ ການກໍຍັງບໍ່ດີຂຶ້ນ ລາວແຮງເຈັບທີ່ໜ້າເອິກຫຼາຍຂຶ້ນ ຈຶ່ງຕ້ອງນຳຕົວສົ່ງໂຮງໝໍ ໝໍໄດ້ກວດພົບວ່າທ່ານຫຼິວມີອາການກ້າມເນື້ອຫົວໃຈຕາຍ ແລະຫຼອດເລືອດຕັນ ໝໍພະຍາຍາມຊ່ວຍຊີວິດແລ້ວແຕ່ສຸດທ້າຍລາວກໍບໍ່ຕື່ນຂຶ້ນມາອີກແລ້ວ
ທ່ານໝໍຈຶ່ງໄດ້ອະທິບາຍວ່າ ນ້ຳເຢັນໆເປັນສາເຫດທີ່ເຮັດໃຫ້ຫຼອດເລືອດອຸດຕັນ ໃນວັນທີມີອາກາດຮ້ອນຫຼາຍກໍ່ເກີດໄດ້ ອາການກ້າມເນື້ອຫົວໃຈມັກຈະພົບຫຼາຍໃນລະດູໜາວ ແຕ່ລະດູຮ້ອນກໍມີ
ໂອກາດເປັນໄດ້ການກະຕຸ້ນ ຫຼື ການອາບນ້ຳດ້ວຍຄວາມເຢັນກະທັນຫັນບໍ່ພຽງແຕ່ເຮັດໃຫ້ຫຼອດເລືອດໃນ ຮ່າງກາຍມີການຫົດຕົວແລ້ວ ແຕ່ຍັງເຮັດໃຫ້ຄວາມດັນຕ່ຳລົງອີກດ້ວຍ ໃນບາງເທື່ອອາດເປັນສາເຫດໃຫ້ຫຼອດເລືອດຫົວໃຈຕີບຢ່າງຮຸນແຮງ ຫຼອດເລືອດແຕກ ຫຼື ຕັນ ເຮັດໃຫ້ເກີດອາການຫົວໃຈວາຍກະທັນຫັນ ຊຶ່ງເປັນອັນຕະລາຍເຖິງຊີວິດໄດ້
6 ພຶດຕິກຳສ່ຽງທີ່ບໍ່ເໝາະກັບການອາບນ້ຳ
1. ເມື່ອຄວາມດັນຫຼຸດລົງຕ່ຳ
ເພາະວ່າເວລາອາບນ້ຳອຸນຫະພູມຂອງນ້ຳມັກຈະສູງກວ່າອຸນຫະພູມຮ່າງກາຍ ນ້ຳອຸ່ນໆຈະໄປເຮັດໃຫ້ຫຼອດເລືອດຂະຫຍາຍຕົວ ຄົົນທີ່ມີອາການຄວາມດັນຕ່ຳຈະມີອາການເລືອດໄປລ້ຽງສ່ວນຕ່າງໆ ຂອງຮ່າງກາຍບໍ່ພຽງພໍ ເປັນເຫດໃຫ້ໝົດສະຕິ
2.ຜູ້ຍິງທີ່ສຸຂະພາບບໍ່ແຂງແຮງ
ຜູ້ຍິງທີ່ສຸຂະພາບບໍ່ດີ ບໍ່ຄວນອາບນ້ຳເຢັນ ເພາະພູມຕ້ານທານຕ່ຳ ເວລາໄປຖືກນ້ຳເຢັນກະຕຸ້ນ ອາດຈະເປັນຫວັດໄດ້
3.ຫຼັງກິນເຫຼົ້າ
ທາດເຫຼົ້າຈະໄປຢັບຢັ້ງການເຮັດວຽກຂອງຕັບ ເຮັດໃຫ້ການປ່ອຍກູໂຄດອອກມາສູ່ກະແສເລືອດນ້ອຍລົງ ແລ້ວເວລາອາບນ້ຳຮ່າງກາຍຈະຕ້ອງການກູໂຄດຫຼາຍຂຶ້ນ ເພາະສະນັ້ນການອາບນ້ຳຫຼັງກິນເຫຼົ້າ ປະລິມານນ້ຳຕານໃນເລືອດຈະບໍ່ພຽງພໍ ເຮັດໃຫ້ເກີດອາການວຽນຫົວ ໜ້າມືດຕາລາຍ ຮ່າງກາຍບໍ່ມີແຮງ
4.ບໍ່ຄວນອາບນ້ຳພາຍຫຼັງຈາກທີ່ຮ່າງກາຍອອກກຳລັງມາຢ່າງເຕັມທີ່
ບໍ່ວ່າຈະເປັນຫຼັງການອອກກຳລັງທາງຮ່າງກາຍຫຼືສະໝອງຢ່າງໜັກ ຮ່າງກາຍຕ້ອງການການພັກຜ່ອນໄລຍະໜຶງກ່ອນການອາບນ້ຳ ບໍ່ສະນັ້ນຈະເປັນເຫດໃຫ້ເລືອດໄປລ້ຽງຫົວໃຈ ແລະ ສະໝອງບໍ່ພຽງພໍເຮັດໃຫ້ເກີດອາການເປັນລົມໄດ້
5.ເມື່ອເປັນໄຂ້
ເມື່ອອຸນຫະພູມຮ່າງກາຍສູງເຖິງ 38 ℃ ປະລິມານການເຜົາຜານຄວາມຮ້ອນໃນຮ່າງກາຍເພີ່ມຂຶ້ນ 20% ໃນເວລານັ້ນຮ່າງກາຍຈະອ່ອນແອ ຊຶ່ງຖ້າໄປອາບນ້ຳອາດເກີດອັນຕະລາຍໄດ້
6.ຫຼັງກິນອາຫານບໍ່ຄວນອາບນ້ຳທັນທີ
ຫຼັງກິນເຂົ້າ ເລືອດຈະໄປລ້ຽງລະບົບຍ່ອຍອາຫານເປັນສ່ວນໃຫຍ່ ເພື່ອໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ເຕັມທີ່ ຖ້າໄປອາບນ້ຳເວລານີ້ ເລືອດຈະຕ້ອງແບ່ງໄປລ້ຽງສ່ວນອື່ນ ເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ບໍ່ເຕັມທີ່ເພາະມີເລືອດມາລ້ຽງ ບໍ່ພຽງພໍ ເກີດອາການອາຫານບໍ່ຍ່ອຍແລະອື່ນໆ

ไม่มีความคิดเห็น:
แสดงความคิดเห็น