ຊົມເຊີຍ...!!! ຊາວໄຊຍະບູລີ ໄດ້ຊົມໃຊ້ໄຟຟ້າແລ້ວ 99% ຂອງບ້ານທັງໝົດ

ຕາມການໃຫ້ຂໍ້ມູນຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄຊຍະບູລີ, ໃນ 9 ເດືອນປີ 2017 ນີ້ແຂວງໄດ້ຊື້ກະແສໄຟຟ້າຈາກພາຍໃນ, ມີທັງໝົດ 117,06 ລ້ານກິໂລວັດໂມງ,
ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 13,37% ມີມູນຄ່າທັງໝົດ 68,65 ຕື້ກີບ, ເມື່ອທຽບໃສ່ແຜນການປີປະຕິບັດໄດ້ 68,95% ລາຄາຊື້ສະເລ່ຍ 586,49 ກີບຕໍ່ກິໂລວັດໂມງ ແລະ ຈຳໜ່າຍກະແສໄຟຟ້າຂາຍໄດ້ທັງໝົດ 104,35 ລ້ານກິໂລວັດໂມງ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 17,84% ມີມູນຄ່າທັງໝົດ 66,09 ຕຶ້ກີບ, ລາຄາຂາຍສະເລ່ຍ 633,38 ຕໍ່ກິໂລວັດໂມງ.
ມາຮອດປັດຈຸບັນນີ້ ທົ່ວແຂວງ ໄຊຍະບູລີມີໄຟຟ້າເຂົ້າເຖິງແລ້ວ 427 ບ້ານເທົ່າກັບ 99,31% ຂອງຈຳນວນບ້ານທັງໝົດ, ໃນນີ້ມີບ້ານທີ່ໄດ້ຊົມໃຊ້ໄຟຟ້າຖາວອນຕະຫຼອດ 24 ຊົ່ວໂມງມີ 422 ບ້ານ, ເພີ່ມຂຶ້ນ 3 ບ້ານ, ມີຄອບຄົວຊົມໃຊ້ໄຟຟ້າຕົວຈິງ 74,573 ຄອບຄົວ, ທຽບໃສໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 2,509 ຄອບຄົວ ແລະ ໄດ້ຊົມໃຊ້ໄຟຟ້ານອກລະບົບມີ 5 ບ້ານ, ໄຟຟ້າແສງຕາເວັນມີ 372 ຄອບຄົວ, ນຳໃຊ້ໄຟຟ້າເຂື່ອນຂະໜາດນ້ອຍ 31 ຄອບຄົວ.
----------------
ລາວ ไทย: ຮັກກັນໄວ້ເດີ พี่น้อง
ລັດຖະບານຣັດເຊຍ ສືບຕໍ່ໃຫ້ທຶນການສຶກສາແກ່ລາວ
ສະຖານທູດຣັດເຊຍຮ່ວມກັບສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳລາວ ຈັດງານລ້ຽງສົ່ງນັກສຶກສາລາວ ເພື່ອໄປຮຽນຕໍ່ທີ່ປະເທດຣັດເຊຍ ໃນວັນທີ 21 ກັນຍາ 2017 ທີ່ສະຖານທູດຣັດເຊຍ ປະຈຳລາວ ມີທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທ່ານ ມີກາອິນ ບາຣານັອບ ເອກອັກຄະລັດຖະທູດຣັດເຊຍ ປະຈຳລາວ ທ່ານຮອງປະທານສະມາຄົມມິດຕະພາບ ລາວ-ຣັດເຊຍ ທ່ານອຳນວຍການສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ປະຈຳລາວ ຜູ້ປົກຄອງນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.ນັບແຕ່ປີ 2014 ເປັນຕົ້ນມາ ລັດຖະບານຣັດເຊຍ ໄດ້ໃຫ້ການສະໜັບສະໜູນດ້ານການພັດທະນາຊັບພະຍາກອນມະນຸດແກ່ລາວ ສະເພາະປີ 2017 ໄດ້ໃຫ້ທຶນນັກສຶກສາໄປຮຽນຕໍ່ຈຳນວນ 81 ຄົນ ຍິງ 35 ຄົນ ໃນນີ້ ມີລະດັບປະ ລິນຍາເອກ 3 ຄົນ ຍິງ 1 ຄົນ ໃນສາຂາພົວພັນຕ່າງປະເທດ ແລະ ໄຟຟ້າ ລະດັບປະລິນຍາໂທ 20 ຄົນ ແລະ ເຫຼືອນັ້ນແມ່ນສຶກສາຕໍ່ໃນລະດັບປະລິນຍາຕີ ສຳລັບສາຊາວິຊາຮຽນຫຼັກ ແມ່ນຄະນະພົວພັນຕ່າງປະເທດ ບໍລິຫານທຸລະກິດ ການເມືອງການປົກຄອງ ສະຖາປານິດ ການແພດ ແລະ ວິຊາການດ້ານເຕັກນິກຕ່າງໆ ແລະ ໃນປີຕໍ່ໄປລັດຖະບານຣັດເຊຍ ຈະເພີ່ມທຶນການສຶກສາໃຫ້ແກ່ລາວຂຶ້ນເປັນ 90 ທຶນຕໍ່ປີ.
ສຳລັບວິຊາຮຽນທີ່ກຳລັງໄດ້ຮັບຄວາມນິຍົມ ທີ່ນັກສຶກສາໃຫ້ຄວາມສົນໃຈໄປຮຽນຕໍ່ທີ່ຣັດເຊຍ ແມ່ນສາຊາວິຊາບໍລິ ຫານທຸລະກິດ ຮອງລົງມາແມ່ນສາຂາວິຊາພົວພັນຕ່າງປະເທດ ແລະ ບັນດາວິຊາການທາງດ້ານເຕັກນິກຕ່າງໆ ເຊິ່ງນັກສຶກສາເຫຼົ່ານີ້ ນອກຈາກ ຈະໄດ້ຮຽນເອົາຄວາມຮູ້ທາງດ້ານເຕັກນິກວິຊາການແລ້ວ ຍັງຈະໄດ້ຮຽນຮູ້ວັດທະ ນະທຳ-ສັງຄົມ ເປັນການປະກອບສ່ວນເຂົ້າໃນການເສີມສ້າງ ສາຍພົວພັນມິດຕະພາບທີ່ມີມູນເຊື້ອມາແຕ່ດົນນານຂອງສອງປະເທດ ກໍ່ຄືປະຊາຊົນສອງຊາດ ລາວ-ຣັດເຊຍ ໃຫ້ໝັ້ນຄົງທະນົງແກ່ນ ແລະ ຮ່ວມກັນພັດທະນາເສດຖະກິດ-ສັງຄົມ ໃຫ້ຈະເລີນວັດທະນາຖາວອນ.
ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່
ນັກສຶກສາລາວ 7 ຄົນ ໄດ້ຮັບທຶນການສຶກສາ ປະລິນຍາໂທ ຂອງ AUF
ນັກສຶກສາລາວ 7 ຄົນ ໄດ້ຮັບທຶນການສຶກສາລະດັບປະລິນຍາໂທ ຂອງຝຣັ່ງໂກໂຟນີ (AUF), ໃນສົກປີ 2017-2018 ທີ່ ປະເທດຫວຽດນາມ ແລະ ຣາຊະອານາຈັກກຳປູເຈຍ ໃນສາຂາວິ ຊາການແພດ, ການຄ້າ ແລະ ພົວພັນເສດຖະກິດອາຊີ-ເອີຣົບ, ກົດໝາຍການຮ່ວມມືດ້ານເສດຖະກິດ ແລະ ການຄ້າສາກົນ.
ພິທີມອບໃບຢັ້ງຢືນທຶນການສຶກສາດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 27 ກັນຍາ 2017 ທີ່ສູນຂໍ້ມູນຂ່າວສານຝຣັ່ງໂກໂຟນວຽງຈັນ. ຕາງໜ້າມອບໂດຍ ທ່ານ ນາງ ຊຸຍລີ ເອລ ມູຕາອູກິນ ຣຸດສໂຊ ຫົວໜ້າສູນຂໍ້ມູນຂ່າວສານຝຣັ່ງໂກໂຟນວຽງຈັນ.
ໃນໂອກາດດັ່ງກ່າວ, ສູນຂໍ້ມູນຂ່າວສານຝຣັ່ງໂກໂຟນວຽງຈັນ ກໍໄດ້ຈັດກິດຈະກຳຕ້ອນຮັບເປີດສົກຮຽນໃໝ່, ໂດຍມີຈຸດປະສົງ ເພື່ອໂຄສະນາເຜີຍແຜ່ຂໍ້ມູນຕ່າງໆ ຂອງສູນ, ເຮັດໃຫ້ບັນດານ້ອງນັກສຶກສາ, ຄູອາຈານ ໄດ້ມາຊົມໃຊ້ ຫລື ເຂົ້າມາຄົ້ນຄວ້າ, ຊອກຫາຂໍ້ມູນ ປະກອບໃນການຂຽນບົດລາຍງານ ແລະ ບົດວິທະນານິພົນຕ່າງໆ ຢູ່ພາຍໃນສູນດັ່ງກ່າວ.
ກິດຈະກຳໃນຄັ້ງນີ້, ໄດ້ມີບັນດານ້ອງນັກສຶກ, ຄູອາຈານ ຈາກຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ ແລະ ພາຍໃນງານ ໄດ້ມີກິດຈະກຳຖາມ-ຕອບ, ຫລີ້ນເກມ ເພື່ອຮັບລາງວັນຕ່າງໆ ຈາກອົງການ AUF ນຳອີກ.
ຂ່າວ-ພາບ: ມະນີທອນ
ไม่มีความคิดเห็น:
แสดงความคิดเห็น