ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ເວັບໄຊ ເວັບນີ້ຈະພາທ່ານຮຽນຮູ້ໄປກັບເທັກໂນໂລຊີ ການຕິດຕໍ່ສື່ສານ ສາລະໜ້າຮູ້ ຂ່າວເຫດການຕ່າງໆ ບໍ່ວ່າທ່ານຈະຢູ່ໃສຂອງໂລກ ກໍ່ສາມາດຕິດຕໍ່ສື່ສານຫາກັນໄດ້ ກັບໄອທີ ໂລກຂອງຄົນຍຸກໃໝ່ ຍຸກແຫ່ງການຕິດຕໍ່ສື່ສານ

วันอาทิตย์ที่ 29 ตุลาคม พ.ศ. 2560

ຄວາມຮູ້ກ່ຽວກັບ AEC

10 ປະເທດທີ່ຄົນລາວສາມາດເຂົ້າໄປໂດຍບໍ່ຕ້ອງສະໝັກຂໍວິຊ່າຜ່ານແດນ

 

ທ່ານຮູ້ ຫຼື ບໍ່ວ່າມີບາງປະເທດທີ່ອະນຸຍາດໃຫ້ຄົນລາວສາມາດເຂົ້າໂດຍບໍ່ຕ້ອງສະໝັກຂໍວິຊ່າຜ່ານແດນໃຫ້ຫຍຸ້ງຍາກ ໃນຄໍລຳສາລະໜ້າຮູ້ມື້ນີ້ ພວກເຮົາມາຮູ້ໄປພ້ອມກັນເລີຍວ່າມີຈັກປະເທດ ແລະ ສາມາດອາໃສຢູ່ໄດ້ຈັກມື້
  1. ປະເທດ ຫວຽດນາມ  30 ມື້
  2. ປະເທດ ມາເລເຊຍ   30 ມື້
  3. ປະເທດ ບຣູໄນ        14 ມື້
  4. ປະເທດ ມົງໂກນ      30 ມື້
  5. ປະເທດ ຟິລິບປິນ    30 ມື້
  6. ປະເທດ ສິງກະໂປ     30 ມື້
  7. ປະເທດ ອິນໂນເນເຊຍ 30 ມື້
  8. ປະເທດ ມຽນມາ      14 ມື້
  9. ປະເທດ ໄທ            30 ມື້
  10. ປະເທດ ກຳປູເຈຍ    30 ມື້

ແຫລ່ງຂໍ້ມູນ ແລະ ຮູບ: Chang Trixget

 

ສຸຂະພາບ ແລະ ຄວາມງາມ

ຫອມຫົວໃຫຍ່ສາມາດເຮັດໃຫ້ຜົມ ແລະ ຄິ້ວດົກດຳໄດ້

 

ສາເຫດທີ່ຫອມຫົວໃຫຍ່ສາມາດເຮັດໃຫ້ຄິ້ວເຮົາຫນ້າຂຶ້ນໄດ້ ເນື່ອງຈາກວ່າມີສານ ຊັລເຟີຣ (Sulfur) ເຊິ່ງເປັນສານທີ່ເຮັດໃຫ້ເສັ້ນຂົນເກີດໄວແລະໜ້າຂຶ້ນ ແລະ ຍັງຊ່ວຍປົກປ້ອງໜັງຫົວຈາກຣັງແຄໄດ້ ເພາະມັນຈະໄປຊ່ວຍກະຕຸ້ນຫູຂຸມຂົນ ແລະ ສ້າງຄໍລາເຈນ ເຮັດໃຫ້ເສັ້ນຂົນງອກຂຶ້ນມາໃໝ່ໄດ້ໄວກວ່າປົກກະຕິ
ຫາກຄົນທີ່ຄິ້ວບາງຕ້ອງການເພີ່ມຄິ້ວໃຫ້ໜ້າຂຶ້ນ ມີວິທີເຮັດງ່າຍໆ ພຽງແຕ່ທ່ານຄັ້ນເອົານ້ຳຫອມຫົວໃຫຍ່ ຈາກນັ້ນກໍ່ເອົາມາທາໃສ່ຄິ້ວ ປະໄວ້ປະມານ 30 ນາທີ ແລ້ວຈິ່ງລ້າງອອກ ພຽງໃຊ້ວິທີນີ້ 4-5 ເທື່ອຕໍ່ອາທິດ ເປັນເວລາ 2 ເດືອນ ຮັບຮອງວ່າທ່າຈະໄດ້ຂົນຄິ້ວດົກດຳເປັນທຳມະຊາດແນ່ນອນ ແລະ ສຳລັບຄົນທີ່ຜົມບາງກໍ່ສາມາດນຳວິທີດັ່ງກ່າວນີ້ໄປໃຊ້ໄດ້

 

ສຸຂະພາບ ແລະ ຄວາມງາມ

ວິທີດູແລຜິວໜ້າຂອງຜູ້ຊາຍໃຫ້ໜ້າໃສ ແລະ ບໍ່ເກີດສິວ

 

ສຳລັບຄໍລຳຄວາມງາມມື້ນີ້ແອັດມິນຂໍເອົາໃຈຜູ້ຊາຍ ໂດຍສະເພາະຜູ້ຊາຍທີ່ຮັກໃນການມີຜິວໜ້າທີ່ສົດໃສ ແລະ ບໍ່ເກີດສິວ ມາຝາກ ເຊິ່ງຈະມີວິທີການເຮັດແນວໃດນັ້ນເຮົາມາຮູ້ຈັກໄປພ້ອມໆກັນເລີຍ
  1. ລ້າງໜ້າໃຫ້ສະອາດເປັນປະຈຳ
  2. ເລືກໃຊ້ຄຣີມທາໜ້າທີ່ເໝາະກັບສະພາບຜິວຂອງຕົວເອງ
  3. ນອນຢ່າງໜ້ອຍໃຫ້ໄດ້ມື້ລະ 7 ຊົ່ວໂມງ
  4. ບໍ່ດື່ມແອລກໍຮໍ ແລະ ສູບຢາຫຼາຍ
  5. ບໍ່ກິນຂອງຫວານຫຼາຍ
  6. ເລືອກກິນອາຫານທີ່ມີປະໂຫຍດ
  7. ບໍ່ໃຫ້ຜິວໜ້າຖືກແສງແດດ ແລະ ຝຸ່ນຫຼາຍ
  8. ໝັ່ນໂກນໜວດເລື້ອຍໆ
  9. ຢ່ານອນເດຶກຫຼາຍ
  10. ເຮັດຈິດໃຈໃຫ້ສະບາຍເພາະຄວາມຕຶງຄຽດຈະເຮັດໃຫ້ໜ້າໂຊມລົງໄດ້
ທ່ານຊາຍຄົນໃດຢາກມີຜິວໜ້າສຸຂະພາບດີ ຄວນລອງເອົາ 10 ຂໍ້ທີ່ກ່າວມາຂ້າງເທິງນີ້ໄປໃຊ້ເບິ່ງຮັບຮອງວ່າທ່ານຈະມີຜິວໜ້າສຸຂະພາບດີແນ່ນອນ

 

 

ສຸຂະພາບ ແລະ ຄວາມງາມ

ສູດລຶບຮອຍສິວ ແລະ ຟື້ນຟູຜິວໜ້າໃຫ້ກັບມາຂາວໃສ

 

ໃນຄໍລຳຄວາມງາມກັບລາວໂພສມື້ນີ້ ແອັດມິນຈະມາເອົາໃຈຄົນທີ່ມີບັນຫາຮອຍສິວທີ່ໃບໜ້າ ດ້ວຍການມາບອກສູດລຶບຮອຍສິວໃຫ້ຈາງລົງ ຫຼື ຫາຍໄປເລີຍ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ
ພຽງນຳໂຢເກິດຣົດທຳມະຊາດ 1 ບ໋ອງ ມາປະສົມກັບໝາກແຕງທີ່ບົດລະອຽດແລ້ວ ຄົນທັງສອງຢ່າງໃຫ້ເຂົ້າເປັນເນື້ອລະອຽດອັນດຽວກັນ ຈາກນັ້ນກໍ່ນຳມາທາໃສ່ບໍລິເວນທີ່ມີຮອຍສິວ ຫຼື ຈະທາໃສ່ທົ່ວໜ້າກໍ່ໄດ້ ປະໄວ້ປະມານ 20 ນາທີຈິ່ງລ້າງອອກດ້ວຍນ້ຳອຸ່ນ ເຮັດແບບນີ້ເປັນປະຈຳຈະຊ່ວຍເຮັດໃຫ້ຮອຍສິວນັ້ນຄ່ອຍໆຈາງອອກໄປໄດ້ ແລະ ຍັງສາມາດຊ່ວຍໃຫ້ໜ້ານຸ້ມ ແລະ ໃສຂຶ້ນກວ່າເກົ່າອີກດ້ວຍ

 

 

ສຸຂະພາບ

ສູດລະລາຍຂີ້ກະເທີ່ຕົ້ນເຫດຂອງການໄອໃນຕອນກາງຄືນ

 

ຜູ້ສູງໄວສ່ວນຫຼາຍມັກນອນຫາຍໃຈຝືດໃນຕອນກາງຄືນ ເນື່ອງຈາກມີຂີ້ກະເທີ່ໄປຕັນຮູຄໍ ເຮັດໃຫ້ເກີດຫານຄັນຄໍແລະ ໄອ ແຕ່ອາການແບບນີ້ກໍ່ສາມາດພົບກັບ ເດັກນ້ອຍ ແລະ ໄວໜຸ່ມໄດ້ຄືກັນ ໂດຍສະເພາະໃນຍາມເປັນຫວັດເປັນໄປ ໃນຄໍລຳສຸຂະພາບມື້ນີ້ ແອັດກໍ່ມາພ້ອມກັບສູດຮັກສາອາການຄັນຄໍ ໄອ ແລະ ມີຂີ້ກະເທີ່ ມາຝາກເຊິ່ງຈະເຮັດແນວໃດນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ
ສູດນ້ຳໜາກນາວນ້ຳເຜິ້ງ
  1. ນ້ຳອຸ່ນເຄິ່ງຈອກ
  2. ໜາກນາວເຄິ່ງໜ່ວຍ
  3. ນ້ຳເຜິ້ງ 1 ບ່ວງກາເຟ
  4. ເກືອເລັກນ້ອຍ
ນຳສ່ວນປະສົມທັງໝົດຄົນໃຫ້ເຂົ້າກັນຈາກນັ້ນກໍ່ດື່ມລົງໄປ ຈະເຮັດໃຫ້ຄໍຊຸມ ຫຼຸດອາການຄາຍຄໍ ແລະ ເຮັດໃຫ້ນອນຫຼັບສະບາຍ ຜູ້ສູງອາຍຸຄວນດື່ມທຸກຄືນກ່ອນນອນ ຈະເຮັດໃຫ້ຫຼັບສະບາຍຂຶ້ນ.

 

 

ສຸຂະພາບ

ບໍ່ຄວນຖືເບົາກັບອາການຊາຕີນຊາມື

 

ອາການຊາຕີນຊາມື ກ່ຽວຂ້ອງກັບການທຳງານຂອງເສັ້ນປະສາດຜິດປົກກະຕິ ດັ່ງນັ້ນຫາກເກີດມີຄວາມຜິດປົກກະຕິຈົນເຖິງຂັ້ນເປັນໂຣກປະສາດສະໝອງຄູ່ທີ 7 ອັກເສບ ກໍ່ອາດເຮັດໃຫ້ເປັນໂຣກອຳມະພາດຊະນິດທີ່ຮຽກວ່າ ໂຣກອຳມະພາດເບລ ເຊິ່ງເປັນໂຣກເສັ້ນປະສາດສະໝອງທີ່ພົບຫຼາຍທີ່ສຸດ
ຫາມີອາການຊາທີ່ບໍລິເວນປາຍປາຍນິ້ວມື ຫຼື ນິ້ວຕີນເລັກໜ້ອຍຫຼາຍກວ່າ 2-3 ວັນ ແລະ ບໍ່ມີທ່າທາງຈະດີຂຶ້ນ ໃຫ້ລອງປັບປ່ຽນພຶດຕິກຳເບິ່ງກ່ອນ ອາດຈະອອກກຳລັງກາຍ ຫຼື ປ່ຽນທ່ານັ່ງທ່າຢືນ ທ່ານອນ ປ່ຽນໝອນ ຫາກຍັງບໍ່ດີຂຶ້ນພາຍໃນໄລຍະບໍ່ເກີນ 1 ອາທິດຄວນໄປພົບແພດກ່ອນມີອາການຮ້າຍແຮງກວ່ານີ້.

 

ສຸຂະພາບ ແລະ ຄວາມງາມ

5 ສິ່ງທີ່ຄວນເຮັດໃນຕອນບ່າຍຈະຊ່ວຍໃຫ້ທ່ານຫຼຸດນ້ຳໜັກໄດ້ງ່າຍຂຶ້ນ

 

ຖ້າຕອນນີ້ທ່ານກຳລັງຢູ່ໃນຊ່ວງໄລຍະຫລຸດນ້ຳໜັກຢູ່ ມືນີ້ແອັດມິນຂໍແນະນຳວິທີຫຼຸດໜ້ຳໜັກແບບງ່າຍທ່ານເອງກໍ່ສາມາດເຮັດໄດ້ກັບ 5 ສິ່ງທີ່ຄວນເຮັດໃນຕອນບ່າຍຈະຊ່ວຍໃຫ້ທ່ານຫຼຸດນ້ຳໜັກໄດ້ງ່າຍຂຶ້ນ ເຊິ່ງຈະເຮັດແນວໃດນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ
  1. ການກິນອາຫານຄ່ຳແມ່ນໃຫ້ຫຼຸດປະລິມານລົງ ແຕ່ຄວນກິນອາຫານຫວ່າງໃສ່ໃນຊ່ວງເວລາປະມານ 15:00 ນາທີ
  2. ດື່ມນ້ຳໃຫ້ຫຼາຍໆ ນ້ຳຈະຊ່ວຍກະຕຸ້ນໃຫ້ຮ່າງກາຍມີຄວາມຕື່ນຕົວ ແລະ ຊ່ວຍເຮັດໃຫ້ກະເພາະອີ່ມຂຶ້ນ
  3. ຢ່ານັ່ງແຕ່ຢູ່ບ່ອນເກົ່າຄວນລຸກຍ່າງມື້ລະ 20-30 ນາທີ
  4. ພະຍາຍາມຄວບຄຸມການກິນໃຫ້ຢູ່ໃນລະດັບທີ່ເໝາະສົມ ແລະ ຄວນເລືອກກິນ
  5. ການອອກກຳລັງກາຍແບບ High-Intensity Interval Training ຫຼື HIIT ຈະຊ່ວຍເຜົາຜານໄຂມັນໄດ້ດີ
ຖ້າຕອນນີ້ໃຜກຳລັງຢູ່ໃນຊ່ວຍຫຼຸດນ້ຳໜັກແມ່ນລອງເຮັດວິທີນີ້ເບິ່ງຮັບຮອງວ່າໄດ້ຜົນແນ່ນອນ

ຊົມເຊີຍ...!!! ຊາວໄຊຍະບູລີ ໄດ້ຊົມໃຊ້ໄຟຟ້າແລ້ວ 99% ຂອງບ້ານທັງໝົດ

ຊົມເຊີຍ...!!! ຊາວໄຊຍະບູລີ ໄດ້ຊົມໃຊ້ໄຟຟ້າແລ້ວ 99% ຂອງບ້ານທັງໝົດ




ຕາມການໃຫ້ຂໍ້ມູນຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄຊຍະບູລີ, ໃນ 9 ເດືອນປີ 2017 ນີ້ແຂວງໄດ້ຊື້ກະແສໄຟຟ້າຈາກພາຍໃນ, ມີທັງໝົດ 117,06 ລ້ານກິໂລວັດໂມງ,

ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 13,37% ມີມູນຄ່າທັງໝົດ 68,65 ຕື້ກີບ, ເມື່ອທຽບໃສ່ແຜນການປີປະຕິບັດໄດ້ 68,95% ລາຄາຊື້ສະເລ່ຍ 586,49 ກີບຕໍ່ກິໂລວັດໂມງ ແລະ ຈຳໜ່າຍກະແສໄຟຟ້າຂາຍໄດ້ທັງໝົດ 104,35 ລ້ານກິໂລວັດໂມງ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 17,84% ມີມູນຄ່າທັງໝົດ 66,09 ຕຶ້ກີບ, ລາຄາຂາຍສະເລ່ຍ 633,38 ຕໍ່ກິໂລວັດໂມງ.


ມາຮອດປັດຈຸບັນນີ້ ທົ່ວແຂວງ ໄຊຍະບູລີມີໄຟຟ້າເຂົ້າເຖິງແລ້ວ 427 ບ້ານເທົ່າກັບ 99,31% ຂອງຈຳນວນບ້ານທັງໝົດ, ໃນນີ້ມີບ້ານທີ່ໄດ້ຊົມໃຊ້ໄຟຟ້າຖາວອນຕະຫຼອດ 24 ຊົ່ວໂມງມີ 422 ບ້ານ, ເພີ່ມຂຶ້ນ 3 ບ້ານ, ມີຄອບຄົວຊົມໃຊ້ໄຟຟ້າຕົວຈິງ 74,573 ຄອບຄົວ, ທຽບໃສໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 2,509 ຄອບຄົວ ແລະ ໄດ້ຊົມໃຊ້ໄຟຟ້ານອກລະບົບມີ 5 ບ້ານ, ໄຟຟ້າແສງຕາເວັນມີ 372 ຄອບຄົວ, ນຳໃຊ້ໄຟຟ້າເຂື່ອນຂະໜາດນ້ອຍ 31 ຄອບຄົວ.


----------------
ລາວ ไทย: ຮັກກັນໄວ້ເດີ พี่น้อง

 

วันพุธที่ 25 ตุลาคม พ.ศ. 2560

ສຸຂະພາບ ແລະ ຄວາມງາມ

 
4 ສູດ​ໜ້າ​ຂາວ​ໃສ​ ຜິວ​ງາມ​ ງ່າຍໆ​ ພຽງ​ແຕ່​ໃຊ້​ຫວ່ານ​ຫາງແຂ້​
 ຫວ່ານ​ຫາງແຂ້​ ເປັນ​ໜຶ່ງ​ໃນ​ພືດເທິ່ງໂລກ​ທີ່​ມີ​ຄຸນ​ປະໂຫຍດຫຼວງຫຼາຍ ປະກອບ​ໄປ​ດ້ວຍ​ສານ​ອາ ຫານ​ທີ່​ເຕັມໄດປດ້ວຍຄຸນນະພາບ​ແລະ​ເນື້ອ​ທີ່​ເປັນ​ວຸ້ນ​ຂອງ​ມັນ​ກໍ​ນຳ​ມາ​ໃຊ້ ​ປະໂຫຍດ​ໄດ້​ຫຼວງຫຼາຍຢ່າງ​ບໍ່​ໜ້າ​ເຊື່ອ​  ເຮົາ​ຈະ​ເຮັດໃຫ້​ເຈົ້າ​ໄດ້​ເຫັນ​ວ່າ​​ຫວ່ານ​ຫາງແຂ້​ພຽງ​ຢ່າງ​ດຽວ​ນັ້ນ​ ສາມາດ​ສ້າງ​ສະ​ກິນ​ແຄ​ແບບ​ເຮັດ​ມື​ໄດ້​ຫຼາຍເຖິງ​ 4 ຢ່າງ​ ໄດ້​ແກ່​ ໂທນ​ເນີ​ ຄລີນ​ເຊີ​ ສະຄັບ ແລະ ​ມອຍ​​ເຈີ​ໄຣ​ເຊີ​ ໄດ້​ແນວໃດ​?   ໂດຍ​ປົກກະຕິ​ແລ້ວ​ເຮົາ​ໃຊ້​ຫວ່ານ​ຫາງແຂ້​ເພື່ອ​ປັບ​ປຸງ​ສະພາບ​ຜິວ​ແລະ​ນຳ​ ໃຊ້​ແທນ​ສະ​ກິນ​ແຄຕາມ​ເຄົາເຕີ​ແບນ​ຕ່າງ​ໆ​ ກໍ​​ໄດ້​ ແຕ່​ຍິ່ງໄປ​ກວ່າ​ນັ້ນ​ຄື​ ມັນ​ຊ່ວຍ​ເພີ່ມ​ຄຸນນະພາບ​ເສັ້ນ​ຜົມ​ໃຫ້​ກັບ​ເຈົ້າ​ ສະ​ນັ້ນ​ ເຮົາ​ມາ​ເລີ່ມ​ເຮັດ​ສະ​ກິນ​ແຄ​ທັງ​ 4 ຢ່າງ​ທີ່ກ່າວ​ໄວ້​ຂ້າງ​ຕົ້ນ   ວັດ​ຖຸ​ດິບ​
  1. ຫວ່ານ​ຫາງ​ແຂ້​ 1 ໃບ​ ໂດຍ​ຕັດ​ແບ່ງ​ເປັນ​ 4 ສ່ວນ​ສຳລັບ​ເຮັດ​ສະ​ກິນ​ແຄ​ແຕ່​ລະ​ຢ່າງ
  2. ແປ້ງ​ເຂົ້າຈ້າວ (ສຳລັບ​ເຮັດ​ສະຄັບ​)
  3. ນ້ຳ​ກຸ​ຫຼາບ​ ແລະ ​ນ້ຳ​ແຮ່ຫຼື​ນ້ຳ​ບໍລິສຸດ (ສຳລັບ​ເຮັດ​ໂທນ​ເນີ​​)  
ວິທີ​ເຮັດ​
  1. ຄຼີນ​ເຊີ​ – ເນື່ອງ​ຈາກ​ເຮົາ​ໃຊ້​ພຽງ​ວຸ້ນ​ພາຍ​ໃນ​ເປືອກ​ຂອງ​ຫວ່ານ​ຫາງ​ແຂ້​ພຽງ​ເທົ່າ​ ນັ້ນ​ ສະ​ນັ້ນ​ ພຽແຕ່ນຳ​ຫວ່ານ​ຫາງ​ແຂ້​ 1 ສ່ວນ​ທີ່​ກຽມ​ໄວ້​ມາປອກເປືອກ​ກໍ​ຖື​ວ່າ​ເປັນ​ອັນ​ສຳເລັດ​  
  2. ມອຍ​ເຈີ​ໄຣ​ເຊີ ​– ເຮັດ​ຄືຄຼີນ​ເຊີ​  
  3. ສະຄັບ​ – ປອກ​ເປືອ​ກຫວ່ານ​ຫາງ​ແຂ້​ 1 ສ່ວນ​ຄື​ດຽວ​ກັບ​ວິທີ​ເຮັດ​ຄຼີນ​ເຊີ​ ຈາກ​ນັ້ນ​ເທ​ແປ້ງ​ເຂົ້າ​ຈ້າວລົງ​ເທິງ​ຫວ່ານ​ຫາງແຂ້ 1/2 ບ່ວງ​ໂຕະ​ກໍ​ຖື​ເປັນ​ອັນ​ສຳເລັດ​  
  4. ໂທນ​ເນີ​- ປອກ​ເປືອ​ກຫວ່ານ​ຫາງແຂ້​ສ່ວນ​ສຸດ​ທ້າຍ​ແລ້ວ​ຂູດ​ວຸ້ນ​ຂອງ​ມັນ​ໃສ່​ແກ້ວ​ໃຫ້​ ໝົດ​ ຈາກ​ນັ້ນ​ເທ​ນ້ຳ​ກຸ​ຫຼາບ​ແລະ​ນ້ຳ​ແຮ່ຫຼືຖ້າ​ບໍ່​ມີ​ກໍ​ໃຊ້​ນ້ຳ​ສະ​ອາດ​ແທນ​ ກໍ​ໄດ້​ລົງ​ໄປ​ໃນ​ແກ້ວ​ດຽວ​ກັນ​ຢ່າງ​ລະ​ 2 ບ່ວງ​ໂຕະ​ ຄົນ​ສ່ວນ​ປະສົມ​ໃນ​ແກ້ວ​ໃຫ້​ເຂົ້າ​ກັນ​ ສຸດ​ທ້າຍ​ເທ​ສ່ວນ​ປະສົມ​ທີ່​ໄດ້​ລົງ​ກວດ​ສ​ະເປ ປິດ​ຝາ​ໃຫ້​ແໜ້ນ​ກໍ​ເປັນ​ອັນ​ສຳເລັດ​ ໂທນ​ເນີ​ນີ້​ໃຊ້​ແລ້ວ​ສາມາດ​ເກັບ​ໃນ​ຕູ້​ເຢັນ​ໄດ້​ດົນ​ 7-10 ມື້
ວິທີ​ໃຊ້​  
  1. ລ້າງ​ໜ້າ​ດ້ວຍ​ນ້ຳ​ສະ​ອາດ​  
  2. ເຮັດ​ຄວາມ​ສະ​ອາດ​ໜ້າ​ດ້ວຍ​ຄຼີນ​ເຊີ​ – ໂດຍ​ທາ​ຫວ່ານ​ຫາງແຂ້​ໃຫ້​ທົ່ວ​ໜ້າ​ຄືເປັນ​ຄຼີນ​ເຊີ​ ພໍ​ທາ​ໄປ​ໄດ້ໄລຍະ​ໜຶ່ງ​ວຸ້ນ​ສ່ວນ​ເທິງ​ຈະ​ແຫ້ງ​ລົງ​ ໃຫ້​ໃຊ້​ນິ້ວ​ຈິກ​ບ່ອນ​ແຜ່ນ​ວຸ້ນ​ ເທື່ອ​ເພື່ອ​ໃຫ້​ວຸ້ນ​ທີ່​ຢູ່​ດ້ານ​ໃນ​ອອກ​ມາ​ອີກ​ແລ້ວ​ທາ​ຕໍ່ຈົນໝົດ​ ຈາກ​ນັ້ນ​ໃຊ້​ທິດ​ຊູ່​ປຽກ​ເຊັດ​ອອກ​ຈະ​ຮູ້ສຶກ​ວ່າ​ໜ້າ​ນຸ່ມ​ຂຶ້ນ​  
  3. ຂັດ​ໜ້າ​ດ້ວຍ​ສະຄັບ - ໃຫ້​ນຳ​ຫວ່ານ​ຫາງແຂ້​ທີ່​ປະສົມ​ກັບ​ແປ້ງ​ເຂົ້າ​ຈ້າວມາ​ຂັດ​ເບົາ​ໆ​ ທົ່ວ​ໜ້າ​ ພຽງ​ 1-2 ນາ​ທີ​ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດ​ ເຮົາ​ຈະ​ສະຄັບໜ້າ​ພຽງ​ 3 ມື້​ຕໍ່​ອາທິດ​ເທົ່າ​ນັ້ນ​  
  4. ກຽມ​ໜ້າ​ດ້ວຍ​ໂທນ​ເນີ​ – ຂະເ​ຢົ່າກ​ວດ​ໂທນ​ເນີ​ຫ​ວ່ານ​ຫາງແຂ້ແລະ​ສີດ​ໃຫ້​ທົ່ວ​ໜ້າ​ ຈາກ​ນັ້ນ​ເປົ່າ​ໃຫ້​ແຫ້ງ​ເພື່ອກຽມ​ໜ້າ​ໃຫ້​ພ້ອມ​ກ່ອນ​ລົງ​ມອຍ​​ເຈີ​ໄຣ​ເຊີ​​  
  5. ເພີ່ມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ໃບ​ໜ້າ​ດ້ວຍ​ ມອຍ​​ເຈີ​ໄຣ​ເຊີ​ – ນຳ​ຫວ່ານ​ຫາງ​ແຂ້​ສ່ວນ​ສຸດ​ທ້າຍ​ມາ​ທາ​ໜ້າ​ກ່ອນ​ເຂົ້າ​ນອນ​  ພຽງ​ເທົ່າ​ນີ້​ເຈົ້າ​ກໍ​ໃຊ້​ຫວ່ານ​ຫາງ​ແຂ້​ຄຸ້ມ​ແລ້ວ


ສຸຂະພາບ ແລະ ຄວາມງາມ

 
4 ເຫດຜົນ​ ເປັນຫຍັງ​ເຈົ້າ​ເຖິງ​ຮູ້ສຶກ​ເມື່ອຍ​ລ້າ​ ອ່ອນ​ລ້າ​ ຫຼັງ​ຕື່ນ​ຕອນເຊົ້າ​
ເຈົ້າ​ນອນ​ ຫຼັບ​ເຕັມ​ແປດ​ຊົ່ວ​ໂມງ​ຕອນ​ກາງ​ຄືນ​ ແລະ ​ເມື່ອ​ເຈົ້າ​ຕື່ນ​ມາ​ໃນ​ຕອນ​ເຊົ້າ​ ເຈົ້າ​ກັບ​ຮູ້ສຶກ​ສັບ​ສົນ​ວ່າ​ເປັນຫຍັງ​ເຈົ້າ​ເຖິງ​ຍັງ​ຫາວນອນ​ ເມື່ອຍ ແລະ ​ອ່ອນ​ລ້າແມ່ນ​ຫຼື​ບໍ່​?

ເຮົາມາລອງສັງເກດ​ເບິ່ງ​ “ຕົວ​ລັກ​ພະລັງ​ງານ​” ເຫຼົ່າ​ນີ້​ວ່າ​ມີ​ຫຍັງ​ແດ່ ແລະ​ໃນ​ບາງເທື່ອ​ເຈົ້າ​ກໍ​ຈະ​ສາມາດ​ຫຼີກ​ລ້ຽງ​ນິໄ​ສ​ເຫຼົ່າ​ນັ້ນ​ໄປ​ໄດ້​

ໂທລະສັບມື​ຖື​ຢູ່​ໃກ້​ເຈົ້າ​ຫຼື​ເກີນ​ໄປ​ 
ຈົ່ງ​ເຮັດໃຫ້​ ແນ່​ໃຈ​ວ່າ​ໄທລະສັບມື​ຖື​ຂອງ​ເຈົ້າ​ຢູ່​ຫ່າງ​ໄກ​ເຈົ້າ​ຫຼື​ບໍໃນ​ຂະນະ​ທີ່​ ເຈົ້າ​ຫຼັບ​ ຫຼື ​ທາງ​ທີ່​ດີ​ຄື​ປິດ​ເຄື່ອງເລີຍ​ ລັງສີ​ໂທລະ​ສັບ​ອາດ​ໄປ​ຢຸດ​ການ​ຫຼັ່ງ​ຂອງ​ຮໍ​ໂມນ​ເມ​ລາ​ໂທ​ນິນ​ ຊຶ່ງ​ຫາກ​ເປັນ​ແບບນັ້ນ​ ເຈົ້າ​ຈະ​ຍັງ​ຮູ້ ສຶກ​ງ່ວງ​ນອນເມື່ອ​ເຈົ້າ​ຕື່ນ​ຂຶ້ນ​ມາ​ ນອນ​ຫຼັບ​ຍາວ​ໄປ​ຈົນ​ເຖິງ​ຊ່ວງ​ບ່າຍ​ໃນ​ວັນຢຸດ​ສຸດ​ອາທິດ​

ພວກ​ເຮົາ​ທຸກ​ຄົນ​ລ້ວນ​ຕ້ອງ​ການ​ການ​ນອນ​ຫຼັບ​ພັກ​ຜ່ອນ​ໃນ​ວັນຢຸດ​ສຸດ​ອາທິດ ​ ປິດ​ໂມງ​ປຸກ​ ເພື່ອ​ທີ່​ຈະ​ພັກ​ຜ່ອນ​ໄດ້​ດີ​ຂຶ້ນ​ ແຕ່​ມີ​ນ້ອຍ​ຄົນ​ທີ່​ຈະ​ຮູ້​ວ່າ​ນັ້ນ​ຄື​ຄວາມ​ເຄີຍ​ຊິນ​ທີ່​ບໍ່ດີປານໃດ ຫຼື​ ເມື່ອ​ເຈົ້າ​ມີ​ການຕັ້ງ​ເວລາ​ນອນ​ໄວ້​ຮຽບຮ້ອຍ​ແລ້ວ​ ຮ່າງກາຍ​ຂອງ​ເຈົ້າ​ຈະ​ຮູ້​ວ່າ​ເວລາ​ໃດ​ຄື​ເວລາ​ຕື່ນ​ ແລະ ​ເວລາ​ໃດ​ຄື​ເວລາ​ພັກ​ຜ່ອນ​ຂອງ​ເຈົ້າ​

ຫາກ​ເຈົ້າ​ນອນ​ຫຼັບ​ຫຼືກວ່າ​ປົກກະຕິ​ສອງ​ຊົ່ວ​ໂມງ​ ເວລາ​ການ​ນອນ​ທີ່​ເຈົ້າ​ຕັ້ງ​ໄວ້​ຈະ​ຖືກ​ລົບກວນ​ ການ​ນອນ​ໃນ​ວັນຢຸດ​ສຸດ​ອາທິດ​ຂອງ​ເຈົ້າ​ຈຶ່ງ​ສາ ມາດ​ຢືດ​ເຢື້ອ​ໄປ​ໄດ້​ອີກ​ພຽງ​ໜຶ່ງ​ຊົ່ວ​ໂມງ​ ຫຼື​ ປະ​ມານ​ຊົ່ວ​ໂມງເ​ຄິ່ງເທົ່າ​ນັ້ນ​ ນອນ​ຫຼັບ​ໄປ​ພ້ອມ​ສັດ​ລ້ຽງ​ຂອງ​ເຈົ້າ​

ສອນ​ໃຫ້​ສັດ​ລ້ຽງ​ຂອງ​ເຈົ້າ​ນອນ​ໃນ​ບ່ອນນ​ອນ​ຂອງ​ຕົວ​ເອງ​ ແລະ ​ຫ້າມ​ໃຫ້​ມັນ​ຂຶ້ນ​ມານ​ອນ​ເທິງ​ຕຽງ​ກັບ​ເຈົ້າ​ເດັດ​ຂາດ​ ເຈົ້າ​ອາດຈະ​ບໍ່​ທັນ​ສັງເກດ​ ແຕ່​ສັດ​ຈະ​ປ່ອຍ​ສຽງ​ຂະນະ​ທີ່​ພວກ​ມັນ​ຫຼັບ​ ແລະ​ ມັນ​ຍັງມີ​ການ​ເຄື່ອນ​ໄຫວ​ຢ່າງ​ສັບສົນຂະນະ​ຕອນນ​ອນ​ຫຼັບ​ຢູ່​ ຄວາມ​ຈິງ​ເຈົ້າ​ບໍ່​ໄດ້​ສັງເກດ​ພຶດຕິກຳ​ຂອງ​ສັດ​ເຫຼົ່າ​ນີ້​ຈະ​ບໍ່​ປ່ຽນ​ແປງ ​ຄວາມ​ຈິງ​ວ່າ​ພະລັງ​ງານ​ຂອງ​ເຈົ້າ​ຈະ​ໝົດ​ລົງ​ ເຈົ້າ​ບໍ່​ໄດ້​ອອກ​ກຳ​ລັງ​ກາຍ​ມາ​ເປັນ​ເວລາ​ສີ່​ເດືອນ​ຫຼື​ກວ່າ​ນັ້ນ​
ເຖິງວ່າ​ການ​ອອກ​ກຳ​ລັງ​ກາຍ​ຈະ​ເປັນ​ທາງ​ອອກ​ທີ່​ດີ​ຫຼື​ສຳລັບ​ການ​ນອນ​ຫຼັບ ​ທີ່​ດີ​ຂຶ້ນ​ ແຕ່​ການ​ເຮັດ​ວຽກ​ໜັກ​ຫຼື​ອອກ​ກຳ​ລັງ​ຫຼື​ເກີນ​ຄວາມພໍ​ດີ​ ກໍ​ບໍ່​ສາມາດ​ຮັບຮອງ​ໄດ້​ວ່າ​ເຈົ້າ​ຈະ​ນອນ​ຫຼັບ​ໄດ້​ດີ​

ແຕ່​ເຈົ້າ​ຄວນ​ຮູ້​ວ່າ​ຫຼັງ​ຈາກ​ສີ່​ເດືອນ​ ການ​ອອກ​ກຳ​ລັງ​ກາຍ​ຊ່ວຍ​ກຳຈັດ​ອາການ​ນອນ​ບໍ່​ຫຼັບ​ໃຫ້​ຫາຍ​ໄປ​ໄດ້​ ທາງ​ທີ່​ດີ​ທີ່ສຸດ​ຄື​ເຈົ້າ​ຄວນ​ອອກ​ກຳ​ລັງ​ຢ່າງ​ນ້ອຍ​ອາທິດ​ລະ​ສາມ​ເທື່ອ​


ສຸຂະພາບ

 
ເຕືອນ​ອັນຕະລາຍ​! ຫ້າມ​ອາບ​ນ້ຳ​ດ້ວຍ​ 6 ວິທີ​ນີ້​ ເພາະ​ອາດ​ເຮັດໃຫ້​ຕາຍ​ແບບ​ບໍ່​ຮູ້​ຕົວ​
ເມື່ອ​ບໍ່​ ດົນ​ມາ​ນີ້​ ເວັບ​ໄຊ​ຕ່າງ​ປະເທດ​ໄດ້​ມີ​ການ​ເປີດ​ເຜີຍ​ເຖິງ​ເລື່ອງ​ລາວ​ຂອງ​ ທ່ານ​ຫຼິວ​ ຊາຍ​ຜູ້​ມີ​ຮູບ​ຮ່າງ​ຕຸ້ຍ​ ອາ​ຍຸ​ 53 ປີ ​ວັນທີ​ 1 ສິງຫາ​ ເປັນ​ວັນທີ​ອາ​ກາດ​ມີ​ອຸນຫະພູມ​ປະ​ມານ​ 38 ອົງ​ສາ​

ຫຼັງ​ຈາກ​ເລີກ​ວຽກກົບມາ​ຮອດ​ບ້ານ​ພ້ອມ​ກັບ​ເຫງື່ອ​ທີ່​ເຕັມ​ຕົວ​ ລາວຈຶ່ງ​ຟ້າວ​ຖອດ​ເສື້ອ​ຜ້າ​ ຕັກ​ນ້ຳ​ເຢັນ​ໆ​ມາ​ແລ້ວ​ເທລົງ​ມາ​ຕັ້ງ​ແຕ່​ຫົວ​ເຖິງ​ຕີນ​
ແລະ​ໃນ​ຄືນ​ນັ້ນ​ ທ່ານ​ຫຼິວ​ເລີ່ມ​ຮູ້ສຶກ​ວ່າ​ຫົວ​ໃຈ​ຂອງ​ລາວ​ເຮັດວຽກ​ບໍ່​ປົກກະຕິ​ ແຕ່ຄົນ​ໃ​ນຄອບຄົວຕ່າງ​ກໍ່ຄິດວ່າ​ຄົງ​ເປັນ​ເພາະລາວ​ຕາກ​ແດດ​ມາ​ທັງ​ມື້​ເລີຍ​ ອາດ​ເຮັດໃຫ້​ບໍ່​ສະບາຍ​ເລີຍ​ໃຫ້​ລາວນອນ​ພັກ​ຜ່ອນ​ແຕ່​ອາ ການ​ກໍ​ຍັງ​ບໍ່​ດີ​ຂຶ້ນ​ ລາວແຮງ​ເຈັບ​ທີ່​ໜ້າເ​ອິກ​ຫຼາຍ​ຂຶ້ນ​ ຈຶ່ງ​ຕ້ອງ​ນຳ​ຕົວ​ສົ່ງ​ໂຮງໝໍ​ ໝໍ​ໄດ້​ກວດ​ພົບ​ວ່າ​ທ່ານຫຼິວ​ມີ​ອາການ​ກ້າມເນື້ອ​ຫົວ​ໃຈ​ຕາຍ​ ແລະ​ຫຼອດ​ເລືອດ​ຕັນ​ ໝໍ​ພະຍາຍາມ​ຊ່ວຍ​ຊີວິດ​ແລ້ວ​ແຕ່​ສຸດ​ທ້າຍ​ລາວ​ກໍ​ບໍ່​ຕື່ນຂຶ້ນ​ມາ​ອີກ​ແລ້ວ​

ທ່ານໝໍ​ຈຶ່ງ​ໄດ້​ອະທິບາຍ​ວ່າ​ ນ້ຳ​ເຢັນ​ໆເປັນ​ສາ​ເຫດ​ທີ່​ເຮັດໃຫ້​ຫຼອດ​ເລືອດ​ອຸດ​ຕັນ​ ​ໃນ​ວັນທີ​ມີ​ອາ​ກາດ​ຮ້ອນ​ຫຼາຍ​ກໍ່ເກີດ​ໄດ້​ ອາການ​ກ້າມເນື້ອ​ຫົວ​ໃຈ​ມັກ​ຈະ​ພົບ​ຫຼາຍ​ໃນ​ລະດູ​ໜາວ​ ແຕ່​ລະດູ​ຮ້ອນ​ກໍ​ມີ​

ໂອ​ກາດ​ເປັນ​​ໄດ້​ການ​ກະຕຸ້ນ ​ຫຼື ​ການ​ອາບ​ນ້ຳ​ດ້ວຍ​ຄວາມ​ເຢັນ​ກະ​ທັນ​ຫັນ​ບໍ່​ພຽງ​ແຕ່​ເຮັດໃຫ້​ຫຼອດ​ເລືອດ​ໃນ ​ຮ່າງກາຍ​ມີ​ການຫົດ​ຕົວ​ແລ້ວ​ ແຕ່​ຍັງ​ເຮັດໃຫ້​ຄວາມ​ດັນ​ຕ່ຳ​ລົງ​ອີກ​ດ້ວຍ​ ໃນ​ບາງເທື່ອ​ອາດ​ເປັນ​ສາ​ເຫດ​ໃຫ້​ຫຼອດ​ເລືອດ​ຫົວ​ໃຈ​ຕີບ​ຢ່າງ​ຮຸນແຮງ​ ຫຼອດ​ເລືອດ​ແຕກ​ ຫຼື ​ຕັນ​ ເຮັດໃຫ້​ເກີດ​ອາການ​ຫົວ​ໃຈ​ວາຍ​ກະ​ທັນ​ຫັນ​ ຊຶ່ງ​ເປັນ​ອັນຕະລາຍ​ເຖິງ​ຊີວິດ​ໄດ້​


6 ພຶດຕິກຳ​ສ່ຽງ​ທີ່​ບໍ່​ເໝາະ​ກັບ​ການ​ອາບ​ນ້ຳ​
1. ເມື່ອ​ຄວາມ​ດັນ​ຫຼຸດລົງ​ຕ່ຳ​
ເພາະ​ວ່າ​ເວລາ​ອາບ​ນ້ຳ​ອຸນຫະພູມ​ຂອງ​ນ້ຳ​ມັກ​ຈະ​ສູງ​ກວ່າ​ອຸນຫະພູມ​ຮ່າງກາຍ​ ນ້ຳ​ອຸ່ນ​ໆ​ຈະ​ໄປ​ເຮັດໃຫ້​ຫຼອດ​ເລືອດ​ຂະຫຍາຍ​ຕົວ​ ຄົົນທີ່​ມີ​ອາການ​ຄວາມ​ດັນ​ຕ່ຳ​ຈະ​ມີ​ອາການ​ເລືອດ​ໄປ​ລ້ຽງ​ສ່ວນ​ຕ່າງ​ໆ​ ຂອງ​ຮ່າງກາຍ​ບໍ່​ພຽງ​ພໍ​ ເປັນ​ເຫດ​ໃຫ້​ໝົດ​ສະຕິ​


2.ຜູ້ຍິງ​ທີ່​ສຸຂະພາບ​ບໍ່​ແຂງ​ແຮງ​
ຜູ້ຍິງ​ທີ່​ສຸຂະພາບ​ບໍ່​ດີ​ ບໍ່​ຄວນ​ອາບ​ນ້ຳ​ເຢັນ​ ເພາະ​ພູ​ມ​ຕ້ານ​ທານ​ຕ່ຳ​ ເວລາ​ໄປ​ຖືກ​ນ້ຳ​ເຢັນ​ກະຕຸ້ນ​ ອາດຈະ​ເປັນ​ຫວັດ​ໄດ້​


3.ຫຼັງ​ກິນ​ເຫຼົ້າ​
ທາດເຫຼົ້າຈະ​ໄປ​ຢັບ​ຢັ້ງ​ການ​ເຮັດ​ວຽກ​ຂອງ​ຕັບ​ ເຮັດໃຫ້​ການ​ປ່ອຍ​ກູ​ໂຄດ​ອອກ​ມາສູ່​ກະ​ແສ​ເລືອດ​ນ້ອຍ​ລົງ​ ແລ້ວ​ເວລາ​ອາບ​ນ້ຳ​ຮ່າງກາຍ​ຈະ​ຕ້ອງ​ການ​ກູ​ໂຄດ​ຫຼາຍ​ຂຶ້ນ​ ເພາະ​ສະ​ນັ້ນ​ການ​ອາບ​ນ້ຳ​ຫຼັງ​ກິນ​ເຫຼົ້າ​ ປະລິມານ​ນ້ຳ​ຕານ​ໃນ​ເລືອດ​ຈະ​ບໍ່​ພຽງ​ພໍ​ ເຮັດໃຫ້​ເກີດ​ອາການ​ວຽນ​ຫົວ​ ໜ້າ​ມືດ​ຕາ​ລາຍ​ ຮ່າງກາຍ​ບໍ່​ມີ​​ແຮງ​


4.ບໍ່​ຄວນ​ອາບ​ນ້ຳ​ພາຍຫຼັງຈາກ​ທີ່​ຮ່າງກາຍ​ອອກ​ກຳ​ລັງ​ມາ​ຢ່າງ​ເຕັມ​ທີ່​
ບໍ່​ວ່າ​ຈະ​ເປັນ​ຫຼັງ​ການ​ອອກ​ກຳ​ລັງ​ທາງ​ຮ່າງກາຍ​ຫຼື​ສະໝອງ​ຢ່າງ​ໜັກ​ ຮ່າງກາຍ​ຕ້ອງ​ການ​ການ​ພັກ​ຜ່ອນໄລຍະໜຶງ​ກ່ອນ​ການ​ອາບ​ນ້ຳ​ ບໍ່​ສະ​ນັ້ນ​ຈະ​ເປັນ​ເຫດ​ໃຫ້​ເລືອດ​ໄປ​ລ້ຽງ​ຫົວ​ໃຈ​ ແລະ ສະໝອງ​ບໍ່​ພຽງ​ພໍ​ເຮັດໃຫ້​ເກີດ​ອາການ​ເປັນ​ລົມ​ໄດ້​


5.ເມື່ອເປັນ​ໄຂ້​
ເມື່ອ​ອຸນຫະພູມ​ຮ່າງກາຍ​ສູງ​ເຖິງ​ 38 ℃ ປະລິມານ​ການ​ເຜົາ​ຜານ​ຄວາມ​ຮ້ອນ​ໃນ​ຮ່າງກາຍ​ເພີ່ມ​ຂຶ້ນ​ 20% ໃນ​ເວລາ​ນັ້ນ​ຮ່າງກາຍ​ຈະ​ອ່ອນແອ​ ຊຶ່ງ​ຖ້າ​ໄປ​ອາບ​ນ້ຳ​ອາດ​ເກີດ​ອັນຕະລາຍ​ໄດ້​


6.ຫຼັງ​ກິນ​ອາຫານ​ບໍ່​ຄວນ​ອາບ​ນ້ຳ​ທັນ​ທີ​
ຫຼັງ​ກິນ​ເຂົ້າ​ ເລືອດ​ຈະ​ໄປ​ລ້ຽງ​ລະບົບ​ຍ່ອຍ​ອາຫານ​ເປັນ​ສ່ວນ​ໃຫຍ່​ ເພື່ອ​ໃຫ້​ລະບົບ​ຍ່ອຍ​ອາຫານ​ເຮັດວຽກ​ໄດ້​ເຕັມ​ທີ່​ ຖ້າ​ໄປ​ອາບ​ນ້ຳ​ເວລາ​ນີ້​ ເລືອດ​ຈະ​ຕ້ອງ​ແບ່ງ​ໄປ​ລ້ຽງ​ສ່ວນ​ອື່ນ​ ເຮັດໃຫ້​ລະບົບ​ຍ່ອຍ​ອາຫານ​ເຮັດວຽກ​ໄດ້​ບໍ່​ເຕັມ​ທີ່​ເພາະ​ມີ​ເລືອດ​ມາ​ລ້ຽງ​ ບໍ່​ພຽງ​ພໍ​ ເກີດ​ອາການ​ອາຫານ​ບໍ່​ຍ່ອຍ​ແລະ​ອື່ນ​ໆ​

ສຸຂະພາບ ແລະ ຄວາມງາມ

 

ຫຼາຍ​ ຄົນພົບກັບບັນຫາ​ການ​ຍ່ອຍ​ອາຫານ​ທີ່​ເຮັດໃຫ້​ເກີດ​ພະຍາດ​ລິດ​ສີດ​ວງ ພະຍາດ​ລຳ​ໄສ້​ນ້ອຍ​ອັກ​ເສບ​ ພະຍາດ​ລຳ​ໄສ້​ປັ່ນປ່ວນ​ (IBS) ແຜບໍລິດກົ້ນ​ເນື່ອງ​ຈາກ​ຖອກທ້ອງ​​ ພະຍາດ​ລຳ​ໄສ້​ໃຫຍ່​ອັກ​ເສບ​ເປັນ​ແຜຊຳເຮື້ອ​ ແລະ ອື່ນໆ​

ລຳ​ໄສ້​ໃຫຍ່​ ເປັນ​ອະໄວຍະວະ​ທີ່​ສຳຄັນ​ເຮັດ​ໜ້າທີ່​ກຳຈັດ​ຂອງ​ເສຍ​ອອກຈາກ​ຮ່າງກາຍ​ ມັນ​ຈຶ່ງ​ເປັນ​ສິ່ງ​ສຳຄັນ​ຫຼາຍ​ທີ່​ຕ້ອງ​ເບິ່ງ​ແຍງ​ໃຫ້​ມັນ​ມີ​ສະພາບ​ທີ່​ດີ ​ຢູ່​ສະເໝີ​ເພື່ອ​ເຮັດ​ໜ້າທີ່ເຕັມປະສິດທິພາບ​ 

ຫາກ​ເຈົ້າ​ຕ້ອງ​ການ​ໃຫ້​ລຳ​ໄສ້​ຂອງ​ເຈົ້າ​ມີ​ ສຸຂະພາບ​ດີ​ເຈົ້າ​ຄວນ​ເຮັດ​ຄວາມ​ສະ​ອາດ​ລຳ​ໄສ້​ເພື່ອລົ​ດ​ອາການ​ອຶດ​ອັດ​ ອາການ​ປວດ​ ແລະ​ ເພື່ອ​ຊ່ວຍ​ຍ່ອຍ​ອາຫານ​ ເຈົ້າ​ສາມາດ​ເຮັດ​ຄວາມ​ສະ​ອາດ​ລຳ​ໄສ້​ໃຫຍ່​ໄດ້​ດ້ວຍ​ວິທີ​ໂຮມ​ເມດ​ງ່າຍໆ​ ເພື່ອ​ກຳຈັດ​ສານ​ພິດ​ອອກຈາກ​ຮ່າງກາຍ​ທັງ​ໝົດ​

ເຈົ້າ​ຕ້ອງ​ຢູ່​​ບ້ານ​ໃນ​ລະຫວ່າງການຮັກສາ​ນີ້​ ການເຮັດ​ຄວາມ​ສະ​ອາດ​ລຳ​ໄສ້​ໃຫຍ່​ໃຊ້​ສ່ວນ​ປະສົມ​ຈາກ​ທຳມະຊາດ​ເທົ່າ​ນັ້ນ​ ມັນ​ຈະ​ຊ່ວຍ​ຮັກສາ​ອາການ​ຖອກທ້ອງ​ແລະ​ກຳຈັດ​ສານ​ພິດ​ແລະ​ຂອງ​ເສຍ​ສະ​ສົມ​ໃນ​ ຮ່າງກາຍ​ຂອງ​ເຈົ້າ​

ສ່ວນ​ປະສົມ​ໃນ​ການ​ຮັກສາ​ ມີ​ຂິງ​ ເກືອ​ທະ​ເລ​ ໝາກ​ນາວ​ ແອັບ​ເປີ້ນ​ ຊຶ່ງ​ທັງ​ໝົດ​ນີ້​ມີ​ລະ​ດັບ​ໄຟ​ເບີ​ຢູ່​ສູງ​ມັນ​ຈະ​ຊ່ວຍ​ໃຫ້​ສຸຂະພາບລວມຂອງ​ ເຈົ້າ​ດີ​ຂຶ້ນ​

ນັກ​ວິໄ​ຈ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ ການ​ບໍລິ​ໂພກ​ແອັບ​ເປີ້ນ​ໜຶ່ງ​ໜ່ວຍທຸກ​ມື້​ ແລະ​ນ້ຳ​ໝາກ​ນາວ​ຄັ້ນ​ສົດ​ຈະ​ຊ່ວຍ​ໃນ​ການ​ລ້າງ​ພິດ​ ເພາະໝາກ​ນາວ​ມີ​ວິ​ຕາ​ມິນ​ຊີ​ສູງ​ມັນ​ເປັນ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫຼະ​ທີ່ ​ມີ​ປະ​ສິດ​ທິ​ພາບ​ຫຼາຍ​

ຂິງ​ຍັງມີ​ປະໂຫຍດ​ຢ່າງ​ເຫັນ​ໄດ້​ແຈ້ງ​ ເພາະ​ມັນ​ຈະ​ຊ່ວຍ​ກະຕຸ້ນ​ການ​ເຮັດ​ວຽກ​ຂອງ​ລຳ​ໄສ້​ໃຫຍ່​ ແລະ ​ຊ່ວຍຫຼຸດ​ອາການ​ທ້ອງ​ອືດ​ ເກືອ​ທະ​ເລ​ຈະ​ຊ່ວຍ​ກຳຈັດ​ສານ​ພິດ​ ແລະ ​ຂອງ​ເສຍ​ໃຫ້​ອອກ​ຈາກ​ຮ່າງກາຍ​ ແລະ ​ປັບ​ປຸງ​ການ​ຍ່ອຍ​ອາ ຫານ​ໃຫ້​ດີ​ຂຶ້ນ​

ສ່ວນ​ປະສົມ​:
ນ້ຳ​ແອັບ​ເປີ້ນ​ສົດ​ 1/2 ຖ້ວຍ​
ນ້ຳໝາກ​ນາວ​ຄັ້ນ​ສົດ​ 2 ບ່ວງ​ໂຕະ​
ນ້ຳ​ຂິງ​ 1 ບ່ວງ​ຊາ​
ເກືອ​ທະ​ເລ​ 1/2 ບ່ວງ​ຊາ​
ນ້ຳ​ອຸ່ນ​ 1/2 ຖ້ວຍ​

ຂັ້ນ​ຕອນ​ການເຮັດ​
ເທ​ນ້ຳ​ 3.5 ອອນ​​ ໃສ່​ໝໍ້​ຕົ້ມ​ໃຫ້​ເດືອດ​ເມື່ອ​ເດືອດ​ແລ້ວ​ໃຫ້​ຍົກ​ອອກຈາກ​ເຕົາ​ ຈາກ​ນັ້ນ​ໃສ່​ເກືອ​ທະ​ເລຄົນ​ໃຫ້​ລະ​ລາຍ​ ເພີ່ມ​ນ້ຳໝາກ​ນາວ​ ນ້ຳ​ຂິງ​ ແລະ ​ນ້ຳ​ແອັບ​ເປີ້ນ​ລົງ​ໄປ​ ຄົນ​ໃຫ້​ເຂົ້າ​ກັນ​ອີກ​ເທື່ອ​ ຖ້າ​ໃຫ້​ພໍ​ອຸ່ນ​ໆ​ແລ້ວ​ດື່ມ​ທັນ​ທີ​

ປະລິມານ​ ແລະ ​ການ​ບໍລິ​ໂພກ​
-ດື່ມ​ໃນ​ຕອນ​ເຊົ້າ​ຂະນະ​ທ້ອງ​ວ່າງ​ທັນ​ທີ​ທີ່​ເຈົ້າ​ຕື່ນ​ຂຶ້ນ​ມາ​
-ດື່ມ​ເຄື່ອງ​ດື່ມ​ແກ້ວ​ຕໍ່ໄປ​ກ່ອນ​ອາຫານ​ກາງ​ເວັນ​
-ດື່ມ​ຕໍ່​ໃນ​ຕອນແລງ​ປະ​ມານ​ຫົກ​ໂມງ​ແລງ​ຫຼື​ແປດໂມງ​
-ດື່ມ​ໃຫ້​ໄດ້​ 8 ແກ້ວ​ຕໍ່​ມື້​ ບໍ່​ຕ້ອງ​ຫ່ວງ​ມັນ​ບໍ່​ມີ​ຜົນ​ຂ້າງ​ຄຽງ​ໃດ​ໆ​

ກ່ອນ​ການເຮັດ​ຄວາມ​ສະ​ອາດ​ລຳ​ໄສ້​ໃຫຍ່​ຄວນ​ປຣຶກ​ສາ​ແພດ​ຂອງ​ເຈົ້າ​ເສຍ​ກ່ອນ​ ຖ້າ​ຫາກ​ເຈົ້າ​ກຳ​ລັງ​ຕັ້ງທ້ອງ​ ມີ​ພະຍາດ​ເບົາ​ຫວານ​ ຫຼື​ ຖ້າ​ເຈົ້າ​ເປັນ​ພະຍາດ​ພູ​ມິ​ພ່າຍແພ້​ບາງ​ຊະນິດ​ ໃຊ້​ການ​ຖືຮັກສາ​ນີ້​ພຽງ​ແຄ່​ໜຶ່ງ​ມື້​ ແຕ່​ຖ້າ​ເຈົ້າ​ຕ້ອງ​ການເຮັດ​ຊ້ຳ​ໃຫ້​ເຮັດ​ຫຼັງ​ຈາກ​ນັ້ນ​ໜຶ່ງ​ອາທິດ​ ຜົນ​ລັບ​ທ໌​ທີ່​ໄດ້​ມັນ​ຈະ​ຊ່ວຍ​ກຳຈັດ​ສານ​ພິດ​ອອກຈາກ​ຮ່າງກາຍ​ທັນ​ທີ​ແລະ​ ຊ່ວຍ​ໃຫ້​ການ​ຍ່ອຍ​ ອາຫານ​ດີ​ຂຶ້ນ​ຢ່າງ​ຫຼາຍ​

วันจันทร์ที่ 23 ตุลาคม พ.ศ. 2560

ບັນຍາກາດຍາມແລງ

ຮູບພາບຂອງ Soulin Kadtipoom. 

ຄະຕິສອນໃຈ

ຮູບພາບຂອງ ພໍ ເມືອງພວນ ແຫຼ່ງຄວາມຮູ້ແລະຮູບພາບງາມໆຈາກຊຽງຂວາງ.

ຮູບທຳມະຊາດ
















ໂປຣເຈັກ

ໂປຣເຈັກ

ໂທລະ​ສັບ​ມີ​”ຝຸ່ນ​”ເຂົ້າ​ ເຮັດ​ຄວາມ​ສະ​ອາດ​ໄດ້​ງ່າຍ​ນິດ​ດຽວ​

ໂທລະ​ສັບ​ມີ​”ຝຸ່ນ​”ເຂົ້າ​ ເຮັດ​ຄວາມ​ສະ​ອາດ​ໄດ້​ງ່າຍ​ນິດ​ດຽວ​

ໂທລະ​ສັບ​ສຸດ​ຮັກ​ສຸດ​ຫ່ວງ​ ຊື້​ມາ​ໃຊ່​ຈະ​ລາ​ຄາ​ຖືກ​ ແລ້ວ​ເກີດ​ມີ​ຝຸ່ນ​ເຂົ້າໄປ ​ຕາມ​ຊອກ​ ເຫັນ​ແລ້ວ​ຂັດ​ຫູ​ຂັດ​ຕາ​ຂອງ​ໃຊ້​ຄູ່​ກາຍ​ຈະ​ມາ​ສົກ ກະປົກ​ໄດ້​ແນວໃດ​ ມື້​ນີ້​ຈຶ່ງ​ຂໍ​ສະເໜີ​ ວິທີ​ກຳຈັດ​ຝຸ່ນ​ອອກຈາກ​ໂທລະສັບ​ດ້ວຍ​ວິທີ​ງ່າຍໆ​ ອຸປະກອນ​ນ້ອຍ​ນິດ​ດຽວ​ ໄປ​ເບິ່ງ​ກັນ​ເລີຍ​ວ່າ​ເຮັດ​ແນວໃດ​…

ບໍ່​ວ່າ​ຈະ ​ເປັນ​ຕາມ​ຊ່ອງ​ຫູ​ຟັງ​ ຊ່ອງ​ຕໍ່​ USB ແລະ​ອີກ​ຫຼາຍ​ໆ​ຈຸດ​ຂອງ​ເຄື່ອງ​ໂທລະ​ສັບ​ ທີ່​ໃຊ້​ໄປ​ດົນ​ໆ​ອາດຈະ​ມີ​ຝຸ່ນ​ໄປ​ຈັບ​ຕາມ​ຊອກ​ມຸມ​ໄດ້​ເຮັດ​ຄວາມ​ສະ​ອາດ​ ໄດ້​ງ່າຍ​ຫລາຍ​ ພຽງ​ແຕ່​ມີ​ເທບ​ໃສ​ກໍ​ພໍ​ ໃຫ້​ເຈົ້າ​ຕັດ​ ເທບ​ໃສ​ຫລື​ກາວ​ສອງ​ໜ້າ​ເປັນ​ທ່ອນ​ສັ້ນ​ໆ​ ແລ້ວ​ນຳ​ໄປ​ແປະ​ໄວ້​ກົງ​ຈຸດ​ທີ່​ມີ​ຝຸ່ນ​ ຫາກ​ເປັນ​ຊອກ​ມຸມ​ແຄບ​ໆ​ ອາດ​ໃຊ້​ເຂັມ​ຊ່ວຍ​ດັນ​ເທບ​ໃສ​ກໍ​ໄດ້​ ບໍ່​ຍາກ​​ແຕ່​ຕ້ອງ​ໃຊ້​ຄວາມ​ລະອຽດ​.​

ແຕ່​ສຳລັບ​ ສ່ວນ​ຂອງ​ເລນ​​ຂອງ​ກ້ອງ​ ບໍ່​ແນະ​ນຳ​ໃຫ້​ໃຊ້​ວິທີ​ນີ້​ ເພາະ​ວ່າ​ເລນ​​ເປັນ​ຈຸດ​ທີ່​ມີ​ຄວາມ​ລະອຽດ​ອ່ອນ​ຫລາຍ​ ຕ້ອງ​ໃຊ້​ອຸປະກອນ​ພິເສດ​ໃນ​ການເຮັດ​ຄວາມ​ສະ​ອາດ​ເທົ່າ​ນັ້ນ​ ແລະ​ໃຫ້​ຄວນ​ລະ​ວັງ​ປາຍ​ເຂັມ​ທີ່​ມີ​ຄວາມ​ແຫຼມ​ຄົມ​ໄປ​ຈະ​ແທງ​ຖືກຊ່ອງ​ລຳ​ ໂພງ​ຂອງ​ໂທລະ​ສັບ​ ອາດ​ເຮັດໃຫ້​ຝຸ່ນ​ເຂົ້າໄປ​ຢູ່​ເລິກ​ກວ່າ​ເກົ່າຫລື​ເຂົ້າໄປ​ຢູ່ໃນ​ເຄື່ອງ​ ໂທລະ​ສັບ​ໄດ້​.

 

 

ລັດຖະບານຣັດເຊຍ ສືບຕໍ່ໃຫ້ທຶນການສຶກສາແກ່ລາວ

ລັດຖະບານຣັດເຊຍ ສືບຕໍ່ໃຫ້ທຶນການສຶກສາແກ່ລາວ

ສະຖານທູດ​ຣັດ​ເຊຍ​ຮ່ວມ​ກັບສູນ​ວິທະຍາສາດ ແລະ ວັດ​ທະນະ​ທຳ​ຣັດ​ເຊຍ​ປະຈຳ​ລາວ ຈັດງານ​ລ້ຽງ​ສົ່ງ​ນັກ​ສຶກ​ສາ​ລາວ ເພື່ອ​ໄປ​ຮຽນ​ຕໍ່​ທີ່​ປະເທດ​ຣັດ​ເຊຍ ໃນ​ວັນ​ທີ 21 ກັນຍາ 2017 ທີ່​ສະຖານ​ທູດ​ຣັດ​ເຊຍ ປະຈຳ​ລາວ ມີທ່ານ ບົວ​ລານ ສີ​ລິ​ປັນຍາ ຮອງລັດຖະມົນຕີ ກະຊວງ​ສຶກ​ສາ​ທິການ ແລະ ກີລາ ທ່ານ ມີ​ກາ​ອິນ ບາ​ຣາ​ນັອບ ເອກ​ອັກ​ຄະ​ລັດ​ຖະທູດ​ຣັດ​ເຊຍ ປະຈຳ​ລາວ ທ່ານຮອງ​ປະທານ​ສະມາຄົມ​ມິດ​ຕະພາບ ລາວ-ຣັດ​ເຊຍ ທ່ານ​ອຳນວຍ​ການ​ສູນ​ວິທະຍາສາດ ແລະ ວັດທະນະທຳ​ຣັດ​ເຊຍ ປະຈຳ​ລາວ ຜູ້​ປົກຄອງ​ນັກ​ສຶກ​ສາ ແລະ ແຂກຖືກ​ເຊີນ​ເຂົ້າ​ຮ່ວມ.
ນັບ​ແຕ່​ປີ 2014 ເປັນຕົ້ນ​ມາ ລັດຖະບານ​ຣັດ​ເຊຍ ​ໄດ້​ໃຫ້ການສະໜັບສະໜູນ​ດ້ານ​ການ​ພັດ​ທະນາ​ຊັບພະຍາກອນ​ມະນຸດ​ແກ່ລາວ ສະເພາະ​ປີ 2017 ໄດ້​ໃຫ້ທຶນ​ນັກ​ສຶກ​ສາ​ໄປ​ຮຽນ​ຕໍ່​ຈຳນວນ 81 ຄົນ ຍິງ 35 ຄົນ ໃນ​ນີ້ ມີ​ລະດັບ​ປະ ລິນຍາ​ເອກ 3 ຄົນ ຍິງ 1 ຄົນ ໃນ​ສາຂາ​ພົວພັນ​ຕ່າງປະເທດ ແລະ ໄຟຟ້າ ລະດັບ​ປະລິນຍາ​ໂທ 20 ຄົນ ແລະ ເຫຼືອ​ນັ້ນ​ແມ່ນ​ສຶກສາ​ຕໍ່​ໃນ​ລະດັບ​ປະລິນຍາ​ຕີ ສຳລັບ​ສາ​ຊາວິຊາ​ຮຽນ​ຫຼັກ ແມ່ນ​ຄະນະ​ພົວພັນຕ່າງປະເທດ ບໍລິຫານ​ທຸລະ​ກິດ ການເມືອງ​ການ​ປົກຄອງ ສະ​ຖາປາ​ນິດ ການ​ແພດ ແລະ ວິຊາການ​ດ້ານ​ເຕັກນິກ​ຕ່າງໆ ແລະ ໃນ​ປີ​ຕໍ່​ໄປ​ລັດຖະບານ​ຣັດ​ເຊຍ ຈະເພີ່ມ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ລາວຂຶ້ນ​ເປັນ 90 ທຶນ​ຕໍ່​ປີ.
ສຳລັບ​ວິຊາ​ຮຽນ​ທີ່​ກຳລັງ​ໄດ້ຮັບ​ຄວາມ​ນິຍົມ ​ທີ່​ນັກ​ສຶກ​ສາ​ໃຫ້ຄວາມ​ສົນໃຈ​ໄປ​ຮຽນ​ຕໍ່​ທີ່​ຣັດ​ເຊຍ ແມ່ນ​ສາ​ຊາ​ວິຊາ​ບໍລິ ຫານ​ທຸລະກິດ ຮອງ​ລົງ​ມາ​ແມ່ນ​ສາຂາ​ວິຊາ​ພົວພັນ​ຕ່າງປະເທດ ແລະ ບັນດາ​ວິຊາ​ການ​ທາງ​ດ້ານ​ເຕັກນິກຕ່າງໆ ເຊິ່ງ​ນັກ​ສຶກ​ສາ​ເຫຼົ່າ​ນີ້ ນອກຈາກ ຈະ​ໄດ້​ຮຽນ​ເອົາ​ຄວາມຮູ້​ທາງ​ດ້ານ​ເຕັກນິກ​ວິຊາ​ການແລ້ວ ຍັງ​ຈະ​ໄດ້​ຮຽນ​ຮູ້​ວັດທະ ນະທຳ-ສັງຄົມ ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ ​ສາຍພົວພັນ​ມິດຕະພາບ​ທີ່​ມີ​ມູນເຊື້ອມາ​ແຕ່​ດົນ​ນານ​ຂອງ​ສອງ​ປະເທດ ກໍ່​ຄືປະຊາຊົນ​ສອງ​ຊາດ ລາວ-ຣັດ​ເຊຍ ໃຫ້​ໝັ້ນຄົງ​ທະ​ນົງແກ່ນ ແລະ ຮ່ວມ​ກັນ​ພັດທະນາເສດຖະກິດ-ສັງຄົມ ໃຫ້​ຈະເລີນວັດທະນາ​ຖາວອນ.

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

 

 

ນັກສຶກສາລາວ 7 ຄົນ ໄດ້ຮັບທຶນການສຶກສາ ປະລິນຍາໂທ ຂອງ AUF

ນັກສຶກສາລາວ 7 ຄົນ ໄດ້ຮັບທຶນການສຶກສາ ປະລິນຍາໂທ ຂອງ AUF


ນັກ​ສຶກສາລາ​ວ 7 ຄົນ ​ໄດ້​ຮັບ​ທຶນການ​ສຶກສາ​ລະດັບ​ປະລິນຍາ​ໂທ​ ຂອງຝຣັ່ງ​ໂກ​ໂຟນີ (AUF), ​ໃນສົກປີ 2017-2018 ທີ່ ​ປະ​ເທດ​ຫວຽດນາມ ​ແລະ ຣາຊະ​ອານາຈັກ​ກຳປູ​ເຈຍ ​ໃນ​ສາຂາ​ວິ ຊາການ​ແພດ, ການ​ຄ້າ ​ແລະ ພົວພັນ​ເສດຖະກິດ​ອາຊີ-ເອີຣົບ, ກົດໝາຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ​ສາກົນ.
ພິທີ​ມອບ​ໃບ​ຢັ້ງຢືນ​​ທຶນ​ການ​ສຶກສາດັ່ງກ່າວ,​ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ກັນຍາ 2017 ທີ່ສູນ​ຂໍ້​ມູນ​ຂ່າວສານ​ຝຣັ່ງ​ໂກ​ໂຟນວຽງ​ຈັນ. ຕາງໜ້າ​ມອບ​ໂດ​ຍ ທ່ານ ນາງ ຊຸຍ​ລີ ​ເອລ ມູຕາ​ອູ​ກິນ ຣຸດສໂຊ ຫົວ​ໜ້າ​ສູນຂໍ້​ມູນ​ຂ່າວສານ​ຝຣັ່ງ​ໂກ​ໂຟນວຽງ​ຈັນ.
ໃນ​ໂອກາດ​ດັ່ງກ່າວ, ສູນຂໍ້​ມູນ​ຂ່າວສານ​ຝຣັ່ງ​ໂກ​ໂຟນວຽງ​ຈັນ ກໍໄດ້ຈັດກິດຈະກຳ​​ຕ້ອນຮັບເປີດສົກຮຽນໃໝ່, ​ໂດຍ​ມີຈຸດປະສົງ ​ເພື່ອໂຄສະນາ​ເຜີຍ​ແຜ່ຂໍ້​ມູນ​ຕ່າງໆ ​ຂອງ​ສູນ, ​ເຮັດ​ໃຫ້​ບັນດາ​ນ້ອງນັກ​ສຶກສາ, ຄູ​ອາຈານ ​ໄດ້​ມາ​ຊົມ​ໃຊ້ ຫລື ​ເຂົ້າ​ມາ​​ຄົ້ນຄວ້າ, ຊອກ​ຫາ​ຂໍ້ມູນ ປະກອບ​ໃນ​ການ​ຂຽນ​ບົດລາຍ​ງານ ​ແລະ ບົດ​ວິ​ທະນາ​ນິພົນ​ຕ່າງໆ ຢູ່​ພາຍ​ໃນ​ສູນດັ່ງກ່າວ.
ກິດຈະກຳ​​ໃນຄັ້ງ​ນີ້, ​ໄດ້ມີບັນດານ້ອງນັກສຶກ, ຄູອາຈານ ຈາກຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ ​ແລະ ພາຍໃນງານ ໄດ້ມີກິດຈະກຳຖາມ-ຕອບ, ຫລີ້ນເກມ ເພື່ອຮັບລາງວັນຕ່າງໆ ຈາກອົງການ AUF ນຳອີກ.
ຂ່າວ-ພາບ: ມະນີ​ທອນ

 

ສຸຂະພາບ

ໜ້າໃສ ບໍ່ມີສິວສ້ຽນ ເຮັດໃຫ້ງາມແບບງ່າຍໆດ້ວຍ “ ວາສະລິນ ”

ໜ້າໃສ ບໍ່ມີສິວສ້ຽນ ເຮັດໃຫ້ງາມແບບງ່າຍໆດ້ວຍ “ ວາສະລິນ ”

ສາວໆທ່ານໃດທີ່ມີບັນຫາເລື່ອງສິວສ້ຽນມາກວນໃຈ ມື້ນີ້ ເຮົາມີເຄັດລັບງ່າຍທີ່ສາວໆສາມາດເຮັດໄດ້ ໂດຍທີ່ບໍ່ຈໍາເປັນຕ້ອງເສຍເງິນຫຼາຍ ດ້ວຍການໃຊ້ວາສະລິນ ວິທີເຮັດກໍ່ງ່າຍໆດັ່ງນີ້:
ອຸປະກອນທີ່ຕ້ອງກຽມມີ:
  • ວາສະລິນ.
  • ແຜນຢາງໃສ (ປຼາສະຕິກ).
  • ຜ້າແພຂົນໜູ.
  • Tissue ຫຼື ສໍາລີ.
ຂັ້ນຕອນໃນການລອກສິວສ້ຽນ.
  • ກຽມສະພາບຜິວໜ້າໃຫ້ພ້ອມໂດຍການລ້າງໜ້າດ້ວຍນໍ້າອຸ່ນເພື່ອເປີດຮູຂຸມຂົນ ຈາກນັ້ນທາວາສະລິນເທິງດັງບໍລິເວນທີ່ມີສິວສ້ຽນ.
  • ວາງແຜນຢາງໃສ (ພາດສະຕິກ) ລົງໃສ່ເທິ່ງບໍລິເວນທີ່ທາວາສະລິນ.
  • ໃຊ້ຜ້າແພຂົນໜູອຸ່ນໆ ວາງທັບລົງແຜນຢາງໃສ ແລ້ວປະໄວ້ບຶດໜຶ່ງ.
  • ດຶງຜ້າແພຂົນໜູ ແລະ ແຜນຢາງໃສອອກ ໃຊ້ Tissue ຫຼື ສໍາລີເນັນຂ້າງດັງ ໃຊ້ນິ້ວບີບສິວສ້ຽນອອກ.
  • ເມື່ອສິວສ້ຽນອອກແລ້ວໃຫ້ທາໂລຊັ່ນ ເພື່ອກະຊັບຮູຂຸມຂົນ ແລະ ທາຄຣີມບໍາລຸງຕາມປົກກະຕິ.
ພຽງແຕ່ສາວໆປະຕິບັດເທົ່ານີ້ສິວສ້ຽນກໍ່ຈະບໍ່ມາລົບກວນໃຈຂອງສາວໆອີກແລ້ວ.

Cr: ວາລະສານຂັວນໃຈ

 

ວິດິໂອ ການດາບພາບກາຕູນ Adobe illustrator CS6

ວິດິໂອ ສອນການດາບພາບກາຕູນ

ສຸຂະພາບ

ວິ​ທີ​ຮັກ​ສາ​ໂລກ​ໄຂ້​ຫວັດ​ໃຫ້​ເຊົາ​ໄດ້​ໂດຍ​ ດ້ວຍ​ສູດທຳ​ມະ​ຊາດ

ວິ​ທີ​ຮັກ​ສາ​ໂລກ​ໄຂ້​ຫວັດ​ໃຫ້​ເຊົາ​ໄດ້​ໂດຍ​ ດ້ວຍ​ສູດທຳ​ມະ​ຊາດ
ໂລ​ກ​ຫວັດ ແລະ ໄຂ້​ຫວັດ​ເປັນ​ໂລກ​ທີ່​ພົບຫຼາຍ​ທີ່​ສຸດ ​ແລະ ​ເກິດ​ຂຶ້ນ​ດຸກວ່າ​ໂລກ​ທັ້ງ​ໝົດ​ລວມ​ກັນ ຄົນ​ສ່ວນ​ໃຫ​ຍ່​ຈະ​ເປັນ​ໄຂ້​ຫວັດ​ຕອນ​ລະ​ດູ​ໜາວ​ມາ​ຮອດ ຖ້າ​ເຈົ້າ​ຮູ້​ສຶກວ່າ​ຈ​ະ​ເປັນ​ໄຂ້ ເຈົ້າ​ຈະ​ຕ້ອງ​ເລີ່ມ​ຫາ​ວິ​ທີ່​ຈັດ​ກ​ານ​ໃຫ້​ທັນ​ທີ.

ເລີ່ມຕົ້ນດ້ວຍການຈັດການກັບຄວາມໜາວເຢັນເພື່ຶຶອປ້ອງກັນການເກີດໂລກຮ້າຍແຮງຕ່າງໆເຊັ່ນ: ໄຂ້ຫວັດໃຫຍ່ ໂລກຫຼອດເລືຶອດອັກເສບ ແລະ ການອັກເສບອື່ນໆ.
3 ສູດເກົ່າໆງ່າຍໆ ແຕ່ມີປະສິດທິພາບຫຼາຍຈະຊ່ວຍຕໍ່ສູ້ກກັບອາການເລີ່ມຕົ້ນຂອງໂລກຫວັດ ແລະ ໄຂ້ຫວັດໃຫຍ່ ແລະ ຢຸດການລຸກລາມຂອງໂລກອື່ນໆ.

1. ເຄື່ອງດື່ມທຳມະຊາດສຳລັບໃຊ້ແທນຢາປະຕິຊີວະນະທີ່ເຈົ້າສາມາດເຮັດເອງໄດ້ ອີກຢ່າງຍັງມີປະສິດທິພາບເທົ່າທຽມຢາທີ່ໃຊ້ຫຼືອາດດີກວ່າ
ຫາກຮູ້ສຶກຄືຈະເປັນຫວັດໃຫ້ເຮັດຕາມຂັ້ນຕອນນີ້
ນ້ຳ 1.5 ລິດ ນຳໄປຕົ້ມແລະລະບາຍຄວາມຮ້ອນໃນອຸນຫະພູມຫ້ອງ ຕື່ມເກືອທະເລ 1 ບ່ວງໂຕະ ນ້ຳໝາກນາວ 1 ກຮາມ ຖ້າເຈົ້າຢາກໃຫ້ຫວານໃຫ້ຕື່ມນ້ຳເຜິ້ງ 1 ບ່ວງແລະຄົນໃຫ້ເຂົ້າກັນ ດື່ມເຄື່ອງດື່ມນີ້ເພື່ອແກ້ປັນຫາພາຍໃນໜຶ່ງຊົ່ວໂມງ ຫາກອາການບໍ່ດີຂຶ້ນໃຫ້ດື່ມຊ້ຳອີກເທື່ອ.

2. ສູດນີ້ຍັງສາມາດຊ່ວຍຮັກສາອາການເລີ່ມຕົ້ນຂອງໂລກຫວັດ
ວາຍແດງ 100 ມິນລີລິດ ນຳໄປອຸ່ນໃຫ້ມັນຮ້ອນແລະຕື່ມພິກໄທ ¼ ບ່ວງຊາ ນ້ຳເຜິ້ງ 1 ບ່ວງໂຕະ ຄົນໃຫ້ເຂົ້າກັນແລະດື່ມໃນຂະນະທີ່ຍັງອຸ່ນໆ ກ່ອນນອນ

3. ແລະສູດສຸດທ້າຍທີ່ໄດ້ຜົນ 100% ສຳລັບຮັກສາຫວັດແລະອາການໄອ
ເບຍອຸ່ນໆ ກັບນ້ຳເຜິ້ງ ລົດຊາດອາດບໍ່ຖືກໃຈແຕ່ມັນມີປະສິດທິພາບຫຼາຍໂດຍໃຊ້ເບຍ 0.5 ລິດ ເທລົງໃນຊາມແລະນຳໄປອຸ່ນໃຫ້ຮ້ອນ ຈາກນັ້ນຕື່ມນ້ຳເຜິ້ງ 2 ບ່ວງໂຕະ ແລະ ຕື່ມອັບເຊີຍອີກຍິບມືປະສົມໃຫ້ເຂົ້າກັນແລ້ວດື່ມຫຼັງອາຫານແລງ ຫຼື ກ່ອນເຂົ້ານອນພຽງໜ້ອຍໜຶ່ງ ເຄືຶ່ອງດື່ມນີ້ຊ່ວຍລົດອາການໄອແລະມີຄຸນສົມບັດຕ້ານການອັກເສບກກະຕຸ້ນພະລັງງານໃຫ້ຮ່າງກາຍເພື່ອສູ້ກັບອາການທີ່ໜາວເຢັນ
ໃນກໍລະນີຂອງສູດວາຍ ຈະຊ່ວຍເຮັດໃຫ້ເຫງື່ອອອກ ແລະ ຍັງຊ່ວຍໃນການຮັກສາອາການເບື້ອງ ຕົ້ນຂອງໂລກຫວັດ ແລະ ໄຂ້ຫວັດໃຫຍ່ລວມເຖິງການປ້ອງກັນເຊື້ອໄວຮັສເຂົ້າສູ້ຮ່າງກາຍໄດ້ອີກ ສາມວິທີ່ທຳມະຊາດສາມາດຈັດການກັບອາການເບື້ອງຕົ້ນຂອງໄຂ້ຫວັດແລະໄຂ້ຫວັດໃຫຍ່ໄດ້ໃນເວລາພຽງໜຶ່ງມື້.

 

ສຸຂະພາບ




ເຜີຍ​ 5 ຂັ້ນ​ຕອນ​ ຫຼຸດ​ນ້ຳ​ໜັກ​ ຢາກ​ຈ່ອຍ​ທັນ​ໃຈ​ ໃນ​ 48 ຊົ່ວ​ໂມງ​!
ກຣີ໊ດ​ດດ​…ໂສ້ງ​ຫູດ​ຊິບ​ບໍ່​ຂຶ້ນ​ ເຮົາ​ມີ​ທາງ​ລັດ​ ໃນການຫຼຸດ​ນ້ຳ​ໜັກ​ໃຫ້​ຫາກ​ເຈົ້າ​ຢາກຈ່ອຍ​ ແບບ​ໄວ​ໆ​ ມາ​ຝາກ​​ 5 ຂັ້ນ​ຕອນ​ງ່າຍໆ​

1 ຫາຍ​ໃຈ​ເຂົ້າ​ເລິກ​ໆ​ ແລ້ວ​ດື່ມ​ນ້ຳ ໜຶ່ງ​ແກ້ວ​ເຕັມ​ໆ​
2 ໃຫ້​ເວລາ​ກັບ​ການ​ຂັບ​ຖ່າຍ​ ພະຍາຍາມ​ຖ່າຍ​ໃຫ້ເປັນ​ປົກກະຕິ​ ຖ້າ​ຖ່າຍ​ບໍ່​ອອກ​ລອງ​ວິທີ​ກົດ​ຈຸດ​ເບິ່ງ ໂດຍ​ເອົາ​ນິ້ວ​ກົດ​ໄປ​ທີ່​ຫວ່າງ​ຄິ້ວ​ບຶດໜຶ່ງຈະ​ຊ່ວຍ​ໄດ້​
3 ຈິບ​ນ້ຳ ທີ່​ອຸນຫະພູມ​ຫ້ອງ​ເລື່ອຍ​ໆ​ ໃຫ້​ໄດ້​ຢ່າງ​ນ້ອຍ​ມື້​ລະ​ 3 ລີດ​
4 ຫາ​ເລື່ອງ​ໃຫ້​ຕົວ​ເອງ​ໄດ້​ອອກ​ແຮງ​ຫຼາຍ​ໆ​ ຈະ​ໄດ້​ເ​ບິນຫຼາຍໆ​ ໄປ​ໃດ​ໃກ້​ໆ​ ກໍ່​ຍ່າງ​ເອົາ​ ໃຊ້ຂັນ​ໄດ​ແທນ​ການ​ໃຊ້​ລິ​ບ ແລ້ວ​ກໍ​ອອກ​ກຳ​ລັງ​ກາຍ​ດ້ວຍ​​

ມື້ທຳອິດ : ແລ່ນ​ຈ໊ອກ​ກິ້ງ​ 5 ນາ​ທີ​ ກະ​ໂດດ​ເຊືອກ​ 15 ນາ​ທີ​ ຖີບລົດຖີບ​ 10 ນາ​ທີ​ ແລະ​ ຍ່າງ​ໄວ ​5 ນາ​ທີ​
ວັນທີ​ສອງ​ : ແລ່ນຈ໊ອກ​ກິ້ງ​ 5 ນາ​ທີ​ ເຕັ້ນ​ແອ​ໂຣ​ບິກ​ 20 ນາ​ທີ​ ແລະ​ກະ​ໂດດ​ເຊືອກ​ 10 ນາ​ທີ​ ກິນ​ນ້ອຍ​ໆ​ ແຕ່​ຫຼາຍ​ເທື່ອ​ ຕັກ​ຄຳ​ນ້ອຍ​ໆ​ ແລ້ວ​ຫຍ້ຳ​ໃຫ້​ດົນ​ໆ​ ເຮັດ​ຕາມ​ເມ​ນູ​ນີ້​ໄດ້​ຈະ​ດີ​ຫຼາຍ​

ມື້​ທຳອິດ
ເຊົ້າ​ : ເຂົ້າ​ຕົ້ມ​ກຸ້ງ​/ໂຈ໊ກ​ໄກ່​ 1 ຖ້ວຍ​ນ້ອຍ​ໆ​+ສົ້ມ​ 1 ໜ່ວຍ/ນ້ຳ​ສົ້ມ​ຄັ້ນ​ສົດ​ບໍ່​ຕື່ມ​ນ້ຳ​ຕານ​ 1 ແກ້ວ​
ສວາຍ​ : ໂຍ​ເ​ກິດບໍ່ມິ​ມັນ​ເນີຍ​ລົດ​ທຳມະຊາດ​ 1 ຖ້ວຍ​
ກາງ​ເວັນ​ : ເຂົ້າ​ 1 ທັບ​ພີ​ ກັບ​ນ້ຳ​ພິກ​ປາ​ທູ​ແລະ​ຜັກ​ສົດ​
ບ່າຍ​ : ແອັບ​ເປີ້ນ​ເຄິ່ງໜ່ວຍ​/ກ້ວຍ​ນ້ຳ​ວ້າ​ 1 ໜ່ວຍ
ຕອນແລງ​ : ສຸ​ກີ້​ນ້ຳ​ຜັກ​ລວມໃສ່​ກຸ້ງ​ປຸງ​ລົດ​ບໍ່​ຈັດ​

ມື້ທີ​ສອງ​
ເຊົ້າ​ : ຂະໜົມ​ປັງ​​ 1 ແຜ່ນ​+ນົມ​ບໍ່ມມີ​ມັນ​ເນີຍ​ 1 ກ່ອງ​
ສວາຍ​ : ນ້ຳ​ເຕົ້າ​ຫູ້​/ຊາ​ຂຽວ​ຮ້ອນ​ບໍ່​ຕື່ມ​ນ້ຳ​ຕານ​ 1 ແກ້ວ​
ກາງ​ເວັນ​ : ສະ​ລັດ​ຜັກ​ໃສ່​ອົກ​ໄກ່​ ນ້ຳ​ສະ​ລັດ​ຍີ່​ປຸ່ນ​ 1 ຊາມ​
ບ່າຍ​ : ໝາກສີດາເ​ຄິ່ງໜ່ວຍ​ ໝາກນັດ​ 1/4 ໜ່ວຍ​
ຕອນແລງ​ : ສະ​ເຕັກ​ປາ​ປິ້ງ​ ໝາກຫຸງ​ສຸກ​ 5 ຊິ້ນ​ (ຊິ້ນ​ລະ​ຄຳ​)

ຖາມ​-ຕອບ​ ເລື່ອງ​ ຫຼຸດ​ນ້ຳ​ໜັກ​ ?
ຫຼຸດ​ນ້ຳ​ໜັກ​ໄວ​ເກີນ​ໄປ​ຈະ​ເປັນ​ໂຢ​ໂຢ່​ໄດ້ບໍ​
“ທາງ​ທີ່​ດີ​ຄວນ​ຈະຫຼຸດ​ປະ​ມານ​ 2-4 ກິ​ໂລ​ກຣາມ​ຕໍ່​ເດືອນ​ ບໍ່​ຫຼາຍ​ໄປ​ກວ່າ​ນີ້​ ສ່ວນ​ວິທີ​ການ​ທີ່ປອດໄ​ພ​ແລະຫຼຸດ​ໄດ້​ໄວ​ທີ່ສຸດ​ຄື​ການ​ຄວບ​ຄຸມ​ອາຫານ​ຮ່ວມ​ ກັບ​ການ​ອອກ​ກຳ​ລັງ​ກາຍ​ແບບ​ແອ​ໂຣ​ບິກ​”
ຄວນ​ຄວບ​ຄຸມ​ນ້ຳ​ໜັກ​ ຫຼື ​ອົດ​ອາຫານ​ບໍ?​
“ວິທີ​ຄວບ​ຄຸຸ​ມ​ອາຫານ​ທີ່​ດີ​ຄື​ການ​ກິນ​ໃຫ້​ຄົບ​ 3 ມື້​ ແລະ​ ອາດ​ມີ​ອາຫານ​ວ່າງ​ໜຶ່ງ​ມື້​ກໍ​ໄດ້​ ໂດຍ​ອາຫານ​ເຊົ້າ​ກິນ​ໄດ້​ປົກກະຕິ​ ກາງ​ເວັນຫຼຸດ​ແປ້ງ​ລົງ​ມາເຄິ່ງ​ໜຶ່ງ​ ເພີ່ມ​ຜັກ​ແລະ​ໂປຼຣ​ຕິນ​ ຊ່ວງ​ຕອນບ່າຍ​ອາດ​ມີ​ອາຫານ​ວ່າງ​ກໍ​ໄດ້​”

ສຸຂະພາບ






ໄດ້ຜົນເກີນຄາດ ຊາຫົວສີໄຄໃບເຕີຍ ດື່ມແກ້ເກົ້າ ເຈັບຂໍ້ ເຈັບຂາ
ຊາຫົວສີໄຄໃບເຕີຍ ແກ້ໂລກເກົ້າ ໄດ້ດີຈົນເຫຼື່ອເຊື່ອ ຄຳບອກເລົ່າຈາກໝໍຟື້ນບ້ານທີ່ເຄົາລົບທ່ານໜຶ່ງໄດ້ໃຫ້ສູດ ຊາຫົວສີໄຄໃບເຕີຍ ແກ້ໂລກເກົ້າ ປັກກະຕິແລ້ວຈະມີຢາສຳລັບລ້າງພິດໂລຫິດແກ້ໂລກເກົ້າໃຫ້ຄົນໄຂ້ ເຊິ່ງຈະມີສະໝຸນທັ້ງສຶງຢ່າງໃນຢາຢູ່ແລ້ວ ແຕ່ສູດນີ້ເຫັນວ່າມັນມີປະໂຫຍດ ແລະ ເຮັດເອງໄດ້ງ່າຍຢູ່ບ້ານ ແນະນຳວ່າເປັນຂອງສົດໆຈະໄດ້ຜົນດີກວ່າຫຼາຍເທົ່າ

ສ່ວນປະສົມ
1. ຫົວສີໄຄ 4-5 ຕົ້ນ
2. ໃບເຕີຍ 2-3 ໃບ
3.  ນ້ຳສະອາດ 2 ລີດ

ວິທີການເຮັດນ້ຳຊາຫົວສີໄຄໃບເຕີຍ
ຕົ້ມສະໝຸນໄພຈົນເດືອດ ພໍເດືອດລົດໄຟລົງ ຕົ້ມຕໍ່ອີກ 15 ນາທີ ຫ້າມປິດຝາໂດຍເດັດຂາດ ຄົບ 15 ນາທີ ຖິ້ມປະໄວໃຫ້ມັນເຢັນ ດື່ມແທນນ້ຳຕິດຕໍ່ກັນ 1 ອາທິດດຈະລ້າງສານພິດກົດຍູຮິກໃນເລືອດ
ສາເຫດຂອງອາການເຈັບປວດເຂົ່າຈາກໂລກເກົ້າໄດ້ດີແບບບໍ່ຕ້ອງໃຊ້ຢາ ສູດນີ້ໄດ້ຮັບການຢືນຢັນຈາກຄົນໄຂ້້ເອງວ່າ ໄດ້ຜົນດີເກີນຄາດ (ຜົນຄ້າງຄຽງຄືເຮັດໃຫ້ປວດຍ່ຽວດຸ ຫຼີກລ້ຽງການກິນນ້ຳກ່ອນເຂົ້ານອນ 2 ຊົ່ວໂມງ)
ບໍ່ຈຳເປັນຕ້ອງເປັນແຕ່ເກົ້າເຖິງຈະກິນໄດ້ ຊິປວດຂາປວດເຂົ່າກໍ່ກິນໄດ້ຄືກັນ

ປະຫວັດຫຍໍ້






ຊື່ ສ.ນ ອິນແກ້ວ ແກ້ວວົງດພັດ ຮຽນຢູ່ ວິທະຍາໄລ ທອງສະບາ ບໍ່ແກ້ວ ສາຍ ໄອທີ ວ.ດ.ປ ເກີດ 26.05.1997
ທີ່ ບ້ານ ແກ້ງພາກ ເມືອງ ປາກທາ ແຂວງ  ບໍ່ແກ້ວ ປະຈຸບັນຢູ່ບ້ານ ປາກຮາວເໜືອ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ.