ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ເວັບໄຊ ເວັບນີ້ຈະພາທ່ານຮຽນຮູ້ໄປກັບເທັກໂນໂລຊີ ການຕິດຕໍ່ສື່ສານ ສາລະໜ້າຮູ້ ຂ່າວເຫດການຕ່າງໆ ບໍ່ວ່າທ່ານຈະຢູ່ໃສຂອງໂລກ ກໍ່ສາມາດຕິດຕໍ່ສື່ສານຫາກັນໄດ້ ກັບໄອທີ ໂລກຂອງຄົນຍຸກໃໝ່ ຍຸກແຫ່ງການຕິດຕໍ່ສື່ສານ

วันพฤหัสบดีที่ 21 ธันวาคม พ.ศ. 2560

ສາະລໜ້າຮູ້

ບໍ່ເສຍເວລາທີ່ຈະຮູ້ໄວ້..!!! 6 ໂລກສຸດຮິດອັນຕະລາຍຕໍ່ຄົນທຸກໄວ ໃນການເຮັດວຽກ ຂອງປີ 2017


1. ໝອນຮອງກະດູກເສື່ອມ ແລະ ທັບເສັ່ນປະສາດ
ສາມາດເກີດຂື້ນ ທັງຈາກການເກີດອຸບັດເຫດລະຫວ່າງການເຮັດວຽກຫຼືການດຳເນີນຊີວິດ ໃນບໍລິເວນຄໍ ຫຼັງ ແຕ່ສ່ວນຫຼາຍເກີດຈາກການໃຊ້ຮ່າງກາຍໜັກເກີນໄປໃນລະຫວ່າງເຮັດວຽກໜ້າຄອມພີວເຕີ ການນັ່ງກົ້ມຄໍຫຼືຫົວ ແລະ ຫຼັງ ຈົນເກີດອາການປວດຄໍ ຫຼັງ ແລະບ່າ ຈົນຮູ້ສືກຄືມີໄຟຊ໋ອດ ມີອການມືນຊາ ແລະອະໄວຍະວະບາງສ່ວນເລີ່ມອ່ອນແຮງ


+ ວິທີປ້ອງກັນ
ປ່ຽນອິລິຍາບົດລະຫວ່າງເຮັດວຽກໜ້າຄອມ ລວມໄປຮອດການໃຊ້ສະມາດໂຟ່ນຫຼືແທັບເລດລະຫວ່າງຂັບລົດທາງໄກ ຄ່າຍໆຄື 1ຊົ້ວໂມງ ລຸກຂື້ນຢືນເທືອ 1 ຫຼືຫຍຸດພັກລົດເປັນໄລຍະເພືອຢືດກ້າມຊີ້ນບໍລິເວນມື ແຂນ ບ່າ ແລະຫຼັງອີກຢ່າງຄວນປັບໂຕະເກົ້າອີ່ແລະຈໍຄອມພີວເຕີໃຫ້ຖືກແລະເໝາະສົມກັບສາຍຕາຂອງຕົນເອງ

2. ກົດໄຫຼຢ້ອນ
ນອກຈາກເປັນໂລກກະເພາະອາຫານອັກເສບແລ້ວທີ່ເປັນໂລກຢູ່ຄູ່ກັບໄວເຮັດວຽກທີ່ຊ້ານານແລ້ວກໍ່ມີໂລກກົດໄຫຼຢ້າອນນີ້ແຫຼະທີ່ມາແຮງແຊງທາງໂຄ້ງ 2017 ນີ້ທີ່ບໍ່ແພ້ກັນປັນຫາໂລກນີ້ມີແນວໂນ້ມເພີ່ມຂື້ນເລື້ອຍໆ ເພາະກົດໄຫຼຢ້ອນມີສາເຫດຈາກການກີນອາຫານເດິກແລ້ວເຂົ້ານອນເລີຍ ຈົນເກີດຄວາມດັນໃນຊ່ອງທ້ອງແລະເກີດອາການໄຫຼຢ້ອນໄດ້


+ ວິທີປ້ອງກັນ
ກີນອາຫານໃຫ້ຖືກເວລາ ກີນໃຫ້ພໍດີ ຫຼຸດການກີນຂອງມັນຂອງທອດ ອອກກຳລັງກາຍ 3-4​ຄັ້ງຕໍ່ອາທິດແລະຫຼຸດການດື່ມແອວກໍຮໍ ນ້ຳອັດລົມແລະຢາສູບ

3. ກ້າມຊີ້ນໃນມົດລູກແລະຮັງໄຂ່
ໂລກຍອດຮິດຊອງໄວເຮັດວຽກຂອງເພດຍິງ ທີ່ເຮົາຈະຕ້ອງພົບແລະໄດ້ຜ່າຕັດ ໂດຍກ້າມຊີ້ນເລົ່ານີ້ຖືວ່າເປັນເນື່ອງອກຊະນິດໜື່ງຕາມປົກກະຕິແລ້ວຫາກກວດພົບກ່ອນ ແລະເຂົ້າຮັບການຜ່າຕັດອອກ ກໍ່ບໍ່ເປັນອັນຕະລາຍຫຍັງຕໍ່ຮ່າງກາຍ ແຕ່ເກີດຫຼັງການອັກເສບ ອາດມີຄວາມສ່ຽງຕິດເຊື້ອໃນກະແສເລືອດແລະເປັນອັນຕະລາຍຕໍ່ຮ່າງກາຍຫຼາຍຂື້ນ

+ ວິທີປ້ອງກັນ
ສາເຫດການເກີດບໍ່ສາມາດລະບຸໄດ້ຊັດເຈນດັ້ງນັ້ນຈີ່ງບໍ່ສາມາດລະບຸຊັດເຈນຄືກັນ ແຕ່ຫາກພະຍາຍາມຫຼຸດຄວາມສ່ຽງ ຄວນເລືອກກີນໝາກໄມ້ໃຫ້ຫຼາຍຂື້ນ ຫຼຸດຂອງທອດຂອງມັນ ອາຫານກະປ໋ອງ ແລະເລືອກໃຊ້ຊີວິດຢູ່ໃນສີ່ແວດລ້ອມທີ່ດີ ບໍ່ມີມົນລະຜິດ ນອກຈາກນີ້ຄວນສັງເກດອາການປວດທ້ອງຂອງຕົວເອງ ວ່າປວດແບບໃດສາເຫດໃດແລະບໍລິເວນໃດ ເພື່ອຫາທາງຮັກສາ

4. ຫົວໃຈວາຍແລະເສັ່ນເລືອດຫົວໃຈອຸດຕັນ
ເປັນອີກໂລກໜື່ງທີ່ອັນຕະລາຍ ແລະ ຫຼາຍໆຄົນບໍ່ເຄີຍຮູ້ມາກ່ອນວ່າຕົວເອງເປັນໂລກນີ້ ນອກຈາກກິດຈະກຳການເຮັດວຽກຫັກໂຫມ ເມື້ອຍມີຄວາມຄຽດສະສົມ ຈຳເຮັດໃຫ້ບໍ່ມີເວລາອອກກຳລັງກາຍແລະກີນອາຫານດີໆມີປະໂຫຍດ ຄວາມປະມາດຄິດວ່າຕົວເອງແຂງແຮງດີ ແນວໃດກໍ່ບໍ່ເປັນໂລກຫຍັງ ກໍ່ອາດນຳໄປສູ້ພາວະຫົວໃຈວາຍກະທັນຫັນໄດ້ເຊັ່ນກັນ

+ວິທີປ້ອງກັນ
 ນອກຈາກການອອກກຳລັງກາຍເປັນປະຈຳແລ້ວ ຄວນເລືອກກີນອາຫານທີ່ມີປະໂຫຍດ ກີນຜັກໝາກໄມ້ຫຼຸດຂອງມັນ ທອດ ແລະຫວານ ຫາກມີອາການແໜ່ນໜ້າເອິກຂະນະອອກກຳລັງກາຍ ຍ່າງຂື້ນລົງ ແລ່ນ ຄວນພົບແພດຈະດີທີ່ສຸດ

5. ໄຂມັນຫຸ່ມຕັບ
ໄພຮ້າຍທີ່ພ້ອມຈະຮຸກຮານໄວເຮັດວຽກທຸກຄົນທີ່ຢູ່ໃນພາວະ ຕຸ້ຍ ເບົາຫວານ ໄຂມັນໃນເລືອດສູງ ຄວາມດັນເລືອດສູງແລະດື່ມແອວກໍຮໍເປັນປະຈຳ ທຳອິດຜູ້ປວດຈະບໍ່ສະແດງອາການໃດໆ ເລີຍເຮັດໃຫ້ຊະລ່າໃຈ ບໍ່ລະວັງຕົວແລະຍັງກີນອາຫານໄຂມັນສູງ ທາດແປ້ງແລະນ້ຳຕານຈົນມີອາການເບື່ອອາຫານ ທ້ອງອືດທ້ອງເຟີ້ແໜ່ນທ້ອງອາຫານບໍ່ຍ່ອຍແລະອາດສ່ຽງເປັນຕັບແຂງໃນທີ່ສຸດ

+ ວິທີປ້ອງກັນ
ກິນຜັກໝາກໄມ້ໃຫ້ຫຼາຍຂື້ນ ຫຼຸດຂອງທອດຂອງມັນແລະຫວານອອກກຳລັງກາຍສະໝ່ຳສະເໝີຄວບຄຸມນ້ຳໜັກໃຫ້ຢູ່ໃນລະດັບປົກກະຕິ


6. ລິດຊີດວງທະວານ
ໂລກທີ່ຄົນຄຸ້ນເຕີຍກັນມາຢ່າງນານແສນນານ ແຕ່ກໍ່ມັກພົບເລື່ອງໆແລະມີແວວວ່າຈະພົບໃນອາຍຸທີ່ນ້ອຍລົງເລື້ອຍໆ ສາເຫດມາຈາກອາຫານການກີນທີ່ເປັນຊີ້ນສັດຕິດມັນ ແປ້ງ ນ້ຳຕານ ຈົນເຮັດໃຫ້ມີອາການທ້ອງອືດຂັບຖ່າບບໍ່ເປັນເວລາລວມໄປຮອດການນັ່ງດົນໆກໍ່ໃຫ້ເກີດແຮງດັນທີ່ປາກທະວານໜັກເພີ່ມຂື້ນໄດ້


+ ວິທີ່ປ້ອງກັນ
ບໍ່ຄວນນັ່ງດົນເກີນໄປ ອອກກຳລັງກາຍເປັນປະຈຳ ຈະຊ່ວຍກະຕຸ່ນການເຮັດວຽກຂອງລະບົບຂັບຖ່າຍໃຫ້ດີຂື້ນ