ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ເວັບໄຊ ເວັບນີ້ຈະພາທ່ານຮຽນຮູ້ໄປກັບເທັກໂນໂລຊີ ການຕິດຕໍ່ສື່ສານ ສາລະໜ້າຮູ້ ຂ່າວເຫດການຕ່າງໆ ບໍ່ວ່າທ່ານຈະຢູ່ໃສຂອງໂລກ ກໍ່ສາມາດຕິດຕໍ່ສື່ສານຫາກັນໄດ້ ກັບໄອທີ ໂລກຂອງຄົນຍຸກໃໝ່ ຍຸກແຫ່ງການຕິດຕໍ່ສື່ສານ

วันพฤหัสบดีที่ 21 ธันวาคม พ.ศ. 2560

ສາະລໜ້າຮູ້

ບໍ່ເສຍເວລາທີ່ຈະຮູ້ໄວ້..!!! 6 ໂລກສຸດຮິດອັນຕະລາຍຕໍ່ຄົນທຸກໄວ ໃນການເຮັດວຽກ ຂອງປີ 2017


1. ໝອນຮອງກະດູກເສື່ອມ ແລະ ທັບເສັ່ນປະສາດ
ສາມາດເກີດຂື້ນ ທັງຈາກການເກີດອຸບັດເຫດລະຫວ່າງການເຮັດວຽກຫຼືການດຳເນີນຊີວິດ ໃນບໍລິເວນຄໍ ຫຼັງ ແຕ່ສ່ວນຫຼາຍເກີດຈາກການໃຊ້ຮ່າງກາຍໜັກເກີນໄປໃນລະຫວ່າງເຮັດວຽກໜ້າຄອມພີວເຕີ ການນັ່ງກົ້ມຄໍຫຼືຫົວ ແລະ ຫຼັງ ຈົນເກີດອາການປວດຄໍ ຫຼັງ ແລະບ່າ ຈົນຮູ້ສືກຄືມີໄຟຊ໋ອດ ມີອການມືນຊາ ແລະອະໄວຍະວະບາງສ່ວນເລີ່ມອ່ອນແຮງ


+ ວິທີປ້ອງກັນ
ປ່ຽນອິລິຍາບົດລະຫວ່າງເຮັດວຽກໜ້າຄອມ ລວມໄປຮອດການໃຊ້ສະມາດໂຟ່ນຫຼືແທັບເລດລະຫວ່າງຂັບລົດທາງໄກ ຄ່າຍໆຄື 1ຊົ້ວໂມງ ລຸກຂື້ນຢືນເທືອ 1 ຫຼືຫຍຸດພັກລົດເປັນໄລຍະເພືອຢືດກ້າມຊີ້ນບໍລິເວນມື ແຂນ ບ່າ ແລະຫຼັງອີກຢ່າງຄວນປັບໂຕະເກົ້າອີ່ແລະຈໍຄອມພີວເຕີໃຫ້ຖືກແລະເໝາະສົມກັບສາຍຕາຂອງຕົນເອງ

2. ກົດໄຫຼຢ້ອນ
ນອກຈາກເປັນໂລກກະເພາະອາຫານອັກເສບແລ້ວທີ່ເປັນໂລກຢູ່ຄູ່ກັບໄວເຮັດວຽກທີ່ຊ້ານານແລ້ວກໍ່ມີໂລກກົດໄຫຼຢ້າອນນີ້ແຫຼະທີ່ມາແຮງແຊງທາງໂຄ້ງ 2017 ນີ້ທີ່ບໍ່ແພ້ກັນປັນຫາໂລກນີ້ມີແນວໂນ້ມເພີ່ມຂື້ນເລື້ອຍໆ ເພາະກົດໄຫຼຢ້ອນມີສາເຫດຈາກການກີນອາຫານເດິກແລ້ວເຂົ້ານອນເລີຍ ຈົນເກີດຄວາມດັນໃນຊ່ອງທ້ອງແລະເກີດອາການໄຫຼຢ້ອນໄດ້


+ ວິທີປ້ອງກັນ
ກີນອາຫານໃຫ້ຖືກເວລາ ກີນໃຫ້ພໍດີ ຫຼຸດການກີນຂອງມັນຂອງທອດ ອອກກຳລັງກາຍ 3-4​ຄັ້ງຕໍ່ອາທິດແລະຫຼຸດການດື່ມແອວກໍຮໍ ນ້ຳອັດລົມແລະຢາສູບ

3. ກ້າມຊີ້ນໃນມົດລູກແລະຮັງໄຂ່
ໂລກຍອດຮິດຊອງໄວເຮັດວຽກຂອງເພດຍິງ ທີ່ເຮົາຈະຕ້ອງພົບແລະໄດ້ຜ່າຕັດ ໂດຍກ້າມຊີ້ນເລົ່ານີ້ຖືວ່າເປັນເນື່ອງອກຊະນິດໜື່ງຕາມປົກກະຕິແລ້ວຫາກກວດພົບກ່ອນ ແລະເຂົ້າຮັບການຜ່າຕັດອອກ ກໍ່ບໍ່ເປັນອັນຕະລາຍຫຍັງຕໍ່ຮ່າງກາຍ ແຕ່ເກີດຫຼັງການອັກເສບ ອາດມີຄວາມສ່ຽງຕິດເຊື້ອໃນກະແສເລືອດແລະເປັນອັນຕະລາຍຕໍ່ຮ່າງກາຍຫຼາຍຂື້ນ

+ ວິທີປ້ອງກັນ
ສາເຫດການເກີດບໍ່ສາມາດລະບຸໄດ້ຊັດເຈນດັ້ງນັ້ນຈີ່ງບໍ່ສາມາດລະບຸຊັດເຈນຄືກັນ ແຕ່ຫາກພະຍາຍາມຫຼຸດຄວາມສ່ຽງ ຄວນເລືອກກີນໝາກໄມ້ໃຫ້ຫຼາຍຂື້ນ ຫຼຸດຂອງທອດຂອງມັນ ອາຫານກະປ໋ອງ ແລະເລືອກໃຊ້ຊີວິດຢູ່ໃນສີ່ແວດລ້ອມທີ່ດີ ບໍ່ມີມົນລະຜິດ ນອກຈາກນີ້ຄວນສັງເກດອາການປວດທ້ອງຂອງຕົວເອງ ວ່າປວດແບບໃດສາເຫດໃດແລະບໍລິເວນໃດ ເພື່ອຫາທາງຮັກສາ

4. ຫົວໃຈວາຍແລະເສັ່ນເລືອດຫົວໃຈອຸດຕັນ
ເປັນອີກໂລກໜື່ງທີ່ອັນຕະລາຍ ແລະ ຫຼາຍໆຄົນບໍ່ເຄີຍຮູ້ມາກ່ອນວ່າຕົວເອງເປັນໂລກນີ້ ນອກຈາກກິດຈະກຳການເຮັດວຽກຫັກໂຫມ ເມື້ອຍມີຄວາມຄຽດສະສົມ ຈຳເຮັດໃຫ້ບໍ່ມີເວລາອອກກຳລັງກາຍແລະກີນອາຫານດີໆມີປະໂຫຍດ ຄວາມປະມາດຄິດວ່າຕົວເອງແຂງແຮງດີ ແນວໃດກໍ່ບໍ່ເປັນໂລກຫຍັງ ກໍ່ອາດນຳໄປສູ້ພາວະຫົວໃຈວາຍກະທັນຫັນໄດ້ເຊັ່ນກັນ

+ວິທີປ້ອງກັນ
 ນອກຈາກການອອກກຳລັງກາຍເປັນປະຈຳແລ້ວ ຄວນເລືອກກີນອາຫານທີ່ມີປະໂຫຍດ ກີນຜັກໝາກໄມ້ຫຼຸດຂອງມັນ ທອດ ແລະຫວານ ຫາກມີອາການແໜ່ນໜ້າເອິກຂະນະອອກກຳລັງກາຍ ຍ່າງຂື້ນລົງ ແລ່ນ ຄວນພົບແພດຈະດີທີ່ສຸດ

5. ໄຂມັນຫຸ່ມຕັບ
ໄພຮ້າຍທີ່ພ້ອມຈະຮຸກຮານໄວເຮັດວຽກທຸກຄົນທີ່ຢູ່ໃນພາວະ ຕຸ້ຍ ເບົາຫວານ ໄຂມັນໃນເລືອດສູງ ຄວາມດັນເລືອດສູງແລະດື່ມແອວກໍຮໍເປັນປະຈຳ ທຳອິດຜູ້ປວດຈະບໍ່ສະແດງອາການໃດໆ ເລີຍເຮັດໃຫ້ຊະລ່າໃຈ ບໍ່ລະວັງຕົວແລະຍັງກີນອາຫານໄຂມັນສູງ ທາດແປ້ງແລະນ້ຳຕານຈົນມີອາການເບື່ອອາຫານ ທ້ອງອືດທ້ອງເຟີ້ແໜ່ນທ້ອງອາຫານບໍ່ຍ່ອຍແລະອາດສ່ຽງເປັນຕັບແຂງໃນທີ່ສຸດ

+ ວິທີປ້ອງກັນ
ກິນຜັກໝາກໄມ້ໃຫ້ຫຼາຍຂື້ນ ຫຼຸດຂອງທອດຂອງມັນແລະຫວານອອກກຳລັງກາຍສະໝ່ຳສະເໝີຄວບຄຸມນ້ຳໜັກໃຫ້ຢູ່ໃນລະດັບປົກກະຕິ


6. ລິດຊີດວງທະວານ
ໂລກທີ່ຄົນຄຸ້ນເຕີຍກັນມາຢ່າງນານແສນນານ ແຕ່ກໍ່ມັກພົບເລື່ອງໆແລະມີແວວວ່າຈະພົບໃນອາຍຸທີ່ນ້ອຍລົງເລື້ອຍໆ ສາເຫດມາຈາກອາຫານການກີນທີ່ເປັນຊີ້ນສັດຕິດມັນ ແປ້ງ ນ້ຳຕານ ຈົນເຮັດໃຫ້ມີອາການທ້ອງອືດຂັບຖ່າບບໍ່ເປັນເວລາລວມໄປຮອດການນັ່ງດົນໆກໍ່ໃຫ້ເກີດແຮງດັນທີ່ປາກທະວານໜັກເພີ່ມຂື້ນໄດ້


+ ວິທີ່ປ້ອງກັນ
ບໍ່ຄວນນັ່ງດົນເກີນໄປ ອອກກຳລັງກາຍເປັນປະຈຳ ຈະຊ່ວຍກະຕຸ່ນການເຮັດວຽກຂອງລະບົບຂັບຖ່າຍໃຫ້ດີຂື້ນ

วันอาทิตย์ที่ 29 ตุลาคม พ.ศ. 2560

ຄວາມຮູ້ກ່ຽວກັບ AEC

10 ປະເທດທີ່ຄົນລາວສາມາດເຂົ້າໄປໂດຍບໍ່ຕ້ອງສະໝັກຂໍວິຊ່າຜ່ານແດນ

 

ທ່ານຮູ້ ຫຼື ບໍ່ວ່າມີບາງປະເທດທີ່ອະນຸຍາດໃຫ້ຄົນລາວສາມາດເຂົ້າໂດຍບໍ່ຕ້ອງສະໝັກຂໍວິຊ່າຜ່ານແດນໃຫ້ຫຍຸ້ງຍາກ ໃນຄໍລຳສາລະໜ້າຮູ້ມື້ນີ້ ພວກເຮົາມາຮູ້ໄປພ້ອມກັນເລີຍວ່າມີຈັກປະເທດ ແລະ ສາມາດອາໃສຢູ່ໄດ້ຈັກມື້
  1. ປະເທດ ຫວຽດນາມ  30 ມື້
  2. ປະເທດ ມາເລເຊຍ   30 ມື້
  3. ປະເທດ ບຣູໄນ        14 ມື້
  4. ປະເທດ ມົງໂກນ      30 ມື້
  5. ປະເທດ ຟິລິບປິນ    30 ມື້
  6. ປະເທດ ສິງກະໂປ     30 ມື້
  7. ປະເທດ ອິນໂນເນເຊຍ 30 ມື້
  8. ປະເທດ ມຽນມາ      14 ມື້
  9. ປະເທດ ໄທ            30 ມື້
  10. ປະເທດ ກຳປູເຈຍ    30 ມື້

ແຫລ່ງຂໍ້ມູນ ແລະ ຮູບ: Chang Trixget

 

ສຸຂະພາບ ແລະ ຄວາມງາມ

ຫອມຫົວໃຫຍ່ສາມາດເຮັດໃຫ້ຜົມ ແລະ ຄິ້ວດົກດຳໄດ້

 

ສາເຫດທີ່ຫອມຫົວໃຫຍ່ສາມາດເຮັດໃຫ້ຄິ້ວເຮົາຫນ້າຂຶ້ນໄດ້ ເນື່ອງຈາກວ່າມີສານ ຊັລເຟີຣ (Sulfur) ເຊິ່ງເປັນສານທີ່ເຮັດໃຫ້ເສັ້ນຂົນເກີດໄວແລະໜ້າຂຶ້ນ ແລະ ຍັງຊ່ວຍປົກປ້ອງໜັງຫົວຈາກຣັງແຄໄດ້ ເພາະມັນຈະໄປຊ່ວຍກະຕຸ້ນຫູຂຸມຂົນ ແລະ ສ້າງຄໍລາເຈນ ເຮັດໃຫ້ເສັ້ນຂົນງອກຂຶ້ນມາໃໝ່ໄດ້ໄວກວ່າປົກກະຕິ
ຫາກຄົນທີ່ຄິ້ວບາງຕ້ອງການເພີ່ມຄິ້ວໃຫ້ໜ້າຂຶ້ນ ມີວິທີເຮັດງ່າຍໆ ພຽງແຕ່ທ່ານຄັ້ນເອົານ້ຳຫອມຫົວໃຫຍ່ ຈາກນັ້ນກໍ່ເອົາມາທາໃສ່ຄິ້ວ ປະໄວ້ປະມານ 30 ນາທີ ແລ້ວຈິ່ງລ້າງອອກ ພຽງໃຊ້ວິທີນີ້ 4-5 ເທື່ອຕໍ່ອາທິດ ເປັນເວລາ 2 ເດືອນ ຮັບຮອງວ່າທ່າຈະໄດ້ຂົນຄິ້ວດົກດຳເປັນທຳມະຊາດແນ່ນອນ ແລະ ສຳລັບຄົນທີ່ຜົມບາງກໍ່ສາມາດນຳວິທີດັ່ງກ່າວນີ້ໄປໃຊ້ໄດ້

 

ສຸຂະພາບ ແລະ ຄວາມງາມ

ວິທີດູແລຜິວໜ້າຂອງຜູ້ຊາຍໃຫ້ໜ້າໃສ ແລະ ບໍ່ເກີດສິວ

 

ສຳລັບຄໍລຳຄວາມງາມມື້ນີ້ແອັດມິນຂໍເອົາໃຈຜູ້ຊາຍ ໂດຍສະເພາະຜູ້ຊາຍທີ່ຮັກໃນການມີຜິວໜ້າທີ່ສົດໃສ ແລະ ບໍ່ເກີດສິວ ມາຝາກ ເຊິ່ງຈະມີວິທີການເຮັດແນວໃດນັ້ນເຮົາມາຮູ້ຈັກໄປພ້ອມໆກັນເລີຍ
  1. ລ້າງໜ້າໃຫ້ສະອາດເປັນປະຈຳ
  2. ເລືກໃຊ້ຄຣີມທາໜ້າທີ່ເໝາະກັບສະພາບຜິວຂອງຕົວເອງ
  3. ນອນຢ່າງໜ້ອຍໃຫ້ໄດ້ມື້ລະ 7 ຊົ່ວໂມງ
  4. ບໍ່ດື່ມແອລກໍຮໍ ແລະ ສູບຢາຫຼາຍ
  5. ບໍ່ກິນຂອງຫວານຫຼາຍ
  6. ເລືອກກິນອາຫານທີ່ມີປະໂຫຍດ
  7. ບໍ່ໃຫ້ຜິວໜ້າຖືກແສງແດດ ແລະ ຝຸ່ນຫຼາຍ
  8. ໝັ່ນໂກນໜວດເລື້ອຍໆ
  9. ຢ່ານອນເດຶກຫຼາຍ
  10. ເຮັດຈິດໃຈໃຫ້ສະບາຍເພາະຄວາມຕຶງຄຽດຈະເຮັດໃຫ້ໜ້າໂຊມລົງໄດ້
ທ່ານຊາຍຄົນໃດຢາກມີຜິວໜ້າສຸຂະພາບດີ ຄວນລອງເອົາ 10 ຂໍ້ທີ່ກ່າວມາຂ້າງເທິງນີ້ໄປໃຊ້ເບິ່ງຮັບຮອງວ່າທ່ານຈະມີຜິວໜ້າສຸຂະພາບດີແນ່ນອນ

 

 

ສຸຂະພາບ ແລະ ຄວາມງາມ

ສູດລຶບຮອຍສິວ ແລະ ຟື້ນຟູຜິວໜ້າໃຫ້ກັບມາຂາວໃສ

 

ໃນຄໍລຳຄວາມງາມກັບລາວໂພສມື້ນີ້ ແອັດມິນຈະມາເອົາໃຈຄົນທີ່ມີບັນຫາຮອຍສິວທີ່ໃບໜ້າ ດ້ວຍການມາບອກສູດລຶບຮອຍສິວໃຫ້ຈາງລົງ ຫຼື ຫາຍໄປເລີຍ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ
ພຽງນຳໂຢເກິດຣົດທຳມະຊາດ 1 ບ໋ອງ ມາປະສົມກັບໝາກແຕງທີ່ບົດລະອຽດແລ້ວ ຄົນທັງສອງຢ່າງໃຫ້ເຂົ້າເປັນເນື້ອລະອຽດອັນດຽວກັນ ຈາກນັ້ນກໍ່ນຳມາທາໃສ່ບໍລິເວນທີ່ມີຮອຍສິວ ຫຼື ຈະທາໃສ່ທົ່ວໜ້າກໍ່ໄດ້ ປະໄວ້ປະມານ 20 ນາທີຈິ່ງລ້າງອອກດ້ວຍນ້ຳອຸ່ນ ເຮັດແບບນີ້ເປັນປະຈຳຈະຊ່ວຍເຮັດໃຫ້ຮອຍສິວນັ້ນຄ່ອຍໆຈາງອອກໄປໄດ້ ແລະ ຍັງສາມາດຊ່ວຍໃຫ້ໜ້ານຸ້ມ ແລະ ໃສຂຶ້ນກວ່າເກົ່າອີກດ້ວຍ

 

 

ສຸຂະພາບ

ສູດລະລາຍຂີ້ກະເທີ່ຕົ້ນເຫດຂອງການໄອໃນຕອນກາງຄືນ

 

ຜູ້ສູງໄວສ່ວນຫຼາຍມັກນອນຫາຍໃຈຝືດໃນຕອນກາງຄືນ ເນື່ອງຈາກມີຂີ້ກະເທີ່ໄປຕັນຮູຄໍ ເຮັດໃຫ້ເກີດຫານຄັນຄໍແລະ ໄອ ແຕ່ອາການແບບນີ້ກໍ່ສາມາດພົບກັບ ເດັກນ້ອຍ ແລະ ໄວໜຸ່ມໄດ້ຄືກັນ ໂດຍສະເພາະໃນຍາມເປັນຫວັດເປັນໄປ ໃນຄໍລຳສຸຂະພາບມື້ນີ້ ແອັດກໍ່ມາພ້ອມກັບສູດຮັກສາອາການຄັນຄໍ ໄອ ແລະ ມີຂີ້ກະເທີ່ ມາຝາກເຊິ່ງຈະເຮັດແນວໃດນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ
ສູດນ້ຳໜາກນາວນ້ຳເຜິ້ງ
  1. ນ້ຳອຸ່ນເຄິ່ງຈອກ
  2. ໜາກນາວເຄິ່ງໜ່ວຍ
  3. ນ້ຳເຜິ້ງ 1 ບ່ວງກາເຟ
  4. ເກືອເລັກນ້ອຍ
ນຳສ່ວນປະສົມທັງໝົດຄົນໃຫ້ເຂົ້າກັນຈາກນັ້ນກໍ່ດື່ມລົງໄປ ຈະເຮັດໃຫ້ຄໍຊຸມ ຫຼຸດອາການຄາຍຄໍ ແລະ ເຮັດໃຫ້ນອນຫຼັບສະບາຍ ຜູ້ສູງອາຍຸຄວນດື່ມທຸກຄືນກ່ອນນອນ ຈະເຮັດໃຫ້ຫຼັບສະບາຍຂຶ້ນ.

 

 

ສຸຂະພາບ

ບໍ່ຄວນຖືເບົາກັບອາການຊາຕີນຊາມື

 

ອາການຊາຕີນຊາມື ກ່ຽວຂ້ອງກັບການທຳງານຂອງເສັ້ນປະສາດຜິດປົກກະຕິ ດັ່ງນັ້ນຫາກເກີດມີຄວາມຜິດປົກກະຕິຈົນເຖິງຂັ້ນເປັນໂຣກປະສາດສະໝອງຄູ່ທີ 7 ອັກເສບ ກໍ່ອາດເຮັດໃຫ້ເປັນໂຣກອຳມະພາດຊະນິດທີ່ຮຽກວ່າ ໂຣກອຳມະພາດເບລ ເຊິ່ງເປັນໂຣກເສັ້ນປະສາດສະໝອງທີ່ພົບຫຼາຍທີ່ສຸດ
ຫາມີອາການຊາທີ່ບໍລິເວນປາຍປາຍນິ້ວມື ຫຼື ນິ້ວຕີນເລັກໜ້ອຍຫຼາຍກວ່າ 2-3 ວັນ ແລະ ບໍ່ມີທ່າທາງຈະດີຂຶ້ນ ໃຫ້ລອງປັບປ່ຽນພຶດຕິກຳເບິ່ງກ່ອນ ອາດຈະອອກກຳລັງກາຍ ຫຼື ປ່ຽນທ່ານັ່ງທ່າຢືນ ທ່ານອນ ປ່ຽນໝອນ ຫາກຍັງບໍ່ດີຂຶ້ນພາຍໃນໄລຍະບໍ່ເກີນ 1 ອາທິດຄວນໄປພົບແພດກ່ອນມີອາການຮ້າຍແຮງກວ່ານີ້.

 

ສຸຂະພາບ ແລະ ຄວາມງາມ

5 ສິ່ງທີ່ຄວນເຮັດໃນຕອນບ່າຍຈະຊ່ວຍໃຫ້ທ່ານຫຼຸດນ້ຳໜັກໄດ້ງ່າຍຂຶ້ນ

 

ຖ້າຕອນນີ້ທ່ານກຳລັງຢູ່ໃນຊ່ວງໄລຍະຫລຸດນ້ຳໜັກຢູ່ ມືນີ້ແອັດມິນຂໍແນະນຳວິທີຫຼຸດໜ້ຳໜັກແບບງ່າຍທ່ານເອງກໍ່ສາມາດເຮັດໄດ້ກັບ 5 ສິ່ງທີ່ຄວນເຮັດໃນຕອນບ່າຍຈະຊ່ວຍໃຫ້ທ່ານຫຼຸດນ້ຳໜັກໄດ້ງ່າຍຂຶ້ນ ເຊິ່ງຈະເຮັດແນວໃດນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ
  1. ການກິນອາຫານຄ່ຳແມ່ນໃຫ້ຫຼຸດປະລິມານລົງ ແຕ່ຄວນກິນອາຫານຫວ່າງໃສ່ໃນຊ່ວງເວລາປະມານ 15:00 ນາທີ
  2. ດື່ມນ້ຳໃຫ້ຫຼາຍໆ ນ້ຳຈະຊ່ວຍກະຕຸ້ນໃຫ້ຮ່າງກາຍມີຄວາມຕື່ນຕົວ ແລະ ຊ່ວຍເຮັດໃຫ້ກະເພາະອີ່ມຂຶ້ນ
  3. ຢ່ານັ່ງແຕ່ຢູ່ບ່ອນເກົ່າຄວນລຸກຍ່າງມື້ລະ 20-30 ນາທີ
  4. ພະຍາຍາມຄວບຄຸມການກິນໃຫ້ຢູ່ໃນລະດັບທີ່ເໝາະສົມ ແລະ ຄວນເລືອກກິນ
  5. ການອອກກຳລັງກາຍແບບ High-Intensity Interval Training ຫຼື HIIT ຈະຊ່ວຍເຜົາຜານໄຂມັນໄດ້ດີ
ຖ້າຕອນນີ້ໃຜກຳລັງຢູ່ໃນຊ່ວຍຫຼຸດນ້ຳໜັກແມ່ນລອງເຮັດວິທີນີ້ເບິ່ງຮັບຮອງວ່າໄດ້ຜົນແນ່ນອນ

ຊົມເຊີຍ...!!! ຊາວໄຊຍະບູລີ ໄດ້ຊົມໃຊ້ໄຟຟ້າແລ້ວ 99% ຂອງບ້ານທັງໝົດ

ຊົມເຊີຍ...!!! ຊາວໄຊຍະບູລີ ໄດ້ຊົມໃຊ້ໄຟຟ້າແລ້ວ 99% ຂອງບ້ານທັງໝົດ




ຕາມການໃຫ້ຂໍ້ມູນຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄຊຍະບູລີ, ໃນ 9 ເດືອນປີ 2017 ນີ້ແຂວງໄດ້ຊື້ກະແສໄຟຟ້າຈາກພາຍໃນ, ມີທັງໝົດ 117,06 ລ້ານກິໂລວັດໂມງ,

ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 13,37% ມີມູນຄ່າທັງໝົດ 68,65 ຕື້ກີບ, ເມື່ອທຽບໃສ່ແຜນການປີປະຕິບັດໄດ້ 68,95% ລາຄາຊື້ສະເລ່ຍ 586,49 ກີບຕໍ່ກິໂລວັດໂມງ ແລະ ຈຳໜ່າຍກະແສໄຟຟ້າຂາຍໄດ້ທັງໝົດ 104,35 ລ້ານກິໂລວັດໂມງ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 17,84% ມີມູນຄ່າທັງໝົດ 66,09 ຕຶ້ກີບ, ລາຄາຂາຍສະເລ່ຍ 633,38 ຕໍ່ກິໂລວັດໂມງ.


ມາຮອດປັດຈຸບັນນີ້ ທົ່ວແຂວງ ໄຊຍະບູລີມີໄຟຟ້າເຂົ້າເຖິງແລ້ວ 427 ບ້ານເທົ່າກັບ 99,31% ຂອງຈຳນວນບ້ານທັງໝົດ, ໃນນີ້ມີບ້ານທີ່ໄດ້ຊົມໃຊ້ໄຟຟ້າຖາວອນຕະຫຼອດ 24 ຊົ່ວໂມງມີ 422 ບ້ານ, ເພີ່ມຂຶ້ນ 3 ບ້ານ, ມີຄອບຄົວຊົມໃຊ້ໄຟຟ້າຕົວຈິງ 74,573 ຄອບຄົວ, ທຽບໃສໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 2,509 ຄອບຄົວ ແລະ ໄດ້ຊົມໃຊ້ໄຟຟ້ານອກລະບົບມີ 5 ບ້ານ, ໄຟຟ້າແສງຕາເວັນມີ 372 ຄອບຄົວ, ນຳໃຊ້ໄຟຟ້າເຂື່ອນຂະໜາດນ້ອຍ 31 ຄອບຄົວ.


----------------
ລາວ ไทย: ຮັກກັນໄວ້ເດີ พี่น้อง